ວັນທີ 12 ພຶດສະພາ 2018 ຜ່ານມາ ຄະນະບໍລິຫານງານພັກເມືອງໆຄຳ ໄດ້ຈັດພິທີ ມອບ-ຮັບ ເຄື່ອງຊ່ວຍເຫຼືອປະຊາຊົນ ບ້ານສັນແຟນ, ເມືອງຄໍາ, ແຂວງຊຽງຂວາງ ໂດຍພາຍໃຕ້ການຊີ້ນຳນຳພາຂອງ ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ ເຈົ້າ ແຂວງໆຊຽງຂວາງ, ມີອາດີດການນຳຂັ້ນກະຊວງ, ບໍລິສັດ, ລັດວິສາຫະກິດ, ອົງການພຸດທະສາສະໜາ ສຳພັນລາວ, ພະແນກຫ້ອງການ, ຫ້ອງການພ້ອມດ້ວຍບຸກຄົນອ້ອມຂ້າງແຂວງ, ເມືອງເຂົ້າຮ່ວມ.
ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການ ເລຂາພັກແຂວງ ເຈົ້າແຂວງໆ ຊຽງຂວາງ ກໍ່ໄດ້ຂື້ນໂອ້ ລົມກ່ອນອື່ນໝົດ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ເຫດການດັ່ງກ່າວ ພ້ອມນັ້ນກໍ່ຍັງກ່າວມອບ ເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ເປັນຕົ້ນແມ່ນ: ເຄື່ອງນຸ່ງຫົ່ມ, ໄມ້ແປຮູບ, ສັງກະສີ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງໃຊ້ສອຍຕ່າງໆ ແລະ ເງີນຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 4 ຮ້ອຍລ້ານກ່ວາກີບ, ຈາກນັ້ນ ທ່ານ ໃຈເພັດ ພີມວົງສາ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການ - ການເງີນເມືອງ ກໍ່ໄດ້ຂື້ນກ່າວຮັບ ພ້ອມທັງສະແດງຄວາມຂອບອົກຂອບໃຈ ມາຍັງການນໍາແຂວງ ກໍ່ຄື ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍທີມງານທີ່ໃຫ້ການຊ່ວຍເຫຼືອ ໂດຍເຫັນເຖິງຄວາມສໍາຄັນຕໍ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຫດການທີ່ບໍ່ເພີ່ງປາດຖະໜາ ກໍ່ຄືອັກຄີໄຟ. ຫຼັງຈາກນັ້ນ, ທາງທີມງານກໍ່ໄດ້ນໍາເອົາ ເຄື່ອງມາແຈກຢາຍໃຫ້ແກ່ຄອບຄົວທີ່ຖືກອັກຄີໄພ ໄຟໄໝ້ ຈຳນວນ 32 ຄອບຄົວ, ທີ່ຖືກເສຍຫາຍໃນເຫດການດັ່ງກ່າວ.
ທັງນີ້ກໍ່ເພື່ອເປັນການແບ່ງເບົາຄວາມທຸກໂສກ, ຄວາມເສຍໃຈ ແລະ ຟື້ນຟູຈິດໃຈຂອງພໍ່ແມ່ປະຊາຊົນໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ ມີຫຼັກໝັ້ນໃນການສູ້ຊີວິດ ໃນການພັດທະນາໃນຕໍ່ໜ້າ. ເຊິ່ງເຫດການດັ່ງກ່າວ ແມ່ນຈະໄດ້ຜ່ານພົ້ນໄປ ແລະ ມີແຕ່ສິ່ງດີດີເຂົ້າມາ ເພາະຄົນລາວບໍ່ເຄີຍຖີ້ມກັນ.
Editor: ກຳປານາດ ລັດຖະເຮົ້າ