ໃນລະຫວ່າງ ວັນທີ 12-18 ພຶດສະພາ 2018 ຂະບວນການເຄື່ອນໄຫວ ຂອງຊາວໜຸ່ມອາສາສະໝັກ ກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວຢູ່ ແຂວງໄຊສົມບູນ ນຳພາໂດຍຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງຍຸຕິທຳ ພ້ອມດ້ວຍທີມງານອາສາສະໝັກ.
ຈຸດປະສົງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອຊ່ວຍເຫຼືອແຮງງານໃນການກໍ່ສ້າງຫ້ອງການ ແລະ ຫໍພັກຂອງພະນັກງານ-ລັດຖະກອນ ພ້ອມກັນນີ້ ຍັງໄດ້ຮິບໂຮມການປະກອບສ່ວນທາງດ້ານວັດຖຸສິ່ງຂອງ ຈຳນວນໜຶ່ງ ຂອງຊາວໜຸ່ມທົ່ວກະຊວງຍຸຕິທຳ ມາມອບໃຫ້ແກ່ ອ້າຍນ້ອງພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳແຂວງໄຊສົມບູນ
Editor: ກຳປານາດ ລັດຖະເຮົ້າ