ອົງຄະນະພັກເມືອງທ່າແຕງ, ແຂວງເຊກອງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ ໄລະຍະໃໝ່ ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ, ມີສະຫາຍຄະນະບໍລິຫານງານພັກເມືອງ, ຫົວໜ້າ 6 ເຂດຈຸດສຸ່ມພັດທະນາ ພ້ອມດ້ວຍເລຂາຄະນະພັກຮາກຖານບ້ານພາຍໃນເມືອງທ່າແຕງເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ ໄດ້ເຜີຍແຜ່ເນື້ອໃນ ເອກະສານຄໍາສັ່ງແນະນໍາ ສະບັບເລກທີ 291/ຄຈສພ, ນະຄອນຫຼວງວຽງຈັນ ລົງວັນທີ 26 ເມສາ 2018, ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະໃໝ່ ເພື່ອເຮັດໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ບັນດາສະມາຊິກພັກທົ່ວເມືອງ ທ່າແຕງ ມີຄວາມຮັບຮູ້ເຂົ້າໃຈ, ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງດັ່ງກ່າວ ໃຫ້ຖືກຕ້ອງສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ, ເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຮູ້ນໍາພາຈັດຕັ້ງປະຕິບັດແຜນການ, ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ, ຕີລາຄາຄຸນນະພາບ ແລະ ຈັດປະເພດສະມາຊິກພັກ ແລະ ໜ່ວຍພັກ ໃຫ້ມີຄວາມໜັກແໜ້ນ ແລະ ເລິກເຊິ່ງ.
ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງຄໍາສັ່ງແນະນໍາ ຂອງຄະນະປະຈໍາພັກເມືອງທ່າແຕງ, ສະບັບເລກທີ 02/ຄຈພມ, ລົງວັນທີ 10 ພຶດສະພາ 2018 ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງແນະນໍາຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ຈາກ ສະຫາຍ ບຸນສວນ ບຸດບຸນມາ ຄະນະປະຈໍາພັກເມືອງ ປະທານກວດກາພັກ-ລັດເມືອງ ທ່າແຕງ ເພື່ອເຮັດໃຫ້ອົງການຈັດຕັ້ງຂອງພັກ ນັບແຕ່ຄະນະພັກເມືອງ ຮອດຮາກຖານພັກ, ບັນດາໜ່ວຍພັກທົ່ວເມືອງ ຕ້ອງຮີບຮ້ອນຈັດຕັ້ງຜັນຂະຫຍາຍເຊື່ອມຊືມຄໍາສັ່ງດັ່ງກ່າວ ເພື່ອເຮັດໃຫ້ການປະເມີນຄຸນນະພາບຂອງ ໜ່ວຍພັກ, ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຖືກຕ້ອງສອດຄ່ອງກັບບົດແນະນໍາທີ່ໄດ້ກໍານົດໄວ້, ພ້ອມທັງກໍານົດໃຫ້ທຸກໆໜ່ວຍພັກທົ່ວເມືອງທ່າແຕງ ສ້າງແຜນການສູ້ຊົນ ສ້າງໜ່ວຍພັກຂອງຕົນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ສໍາເລັດກ່ອນວັນທີ 25 ພຶດສະພາ 2018 ແລ້ວສົ່ງໃຫ້ຄະນະຈັດຕັ້ງເມືອງ ເພື່ອຜ່ານຄະນະປະຈໍາພັກເມືອງຄົ້ນຄວ້າ, ຮັບຮອງເອົາແຜນການລະຫວ່າງວັນທີ 28-29 ມິຖຸນາ 2018 ແລະ ຈັດການປະເມີນຜົນການຈັດຕັ້ງປະຕິບັດແຜນການດັ່ງກ່າວ ໃຫ້ສໍາເລັດໃນເດືອນພະຈິກ 2018 ເພື່ອສະເໜີຂັ້ນເທິງອອກໃບຢັ້ງຢືນຮັບຮອງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມເງື່ອນໄຂຕົວຈິງ, ທັງນີ້ ກໍ່ເພື່ອເຮັດໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ບັນດາສະມາຊິກພັກທົ່ວເມືອງທ່າແຕງ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທັງເປັນການປົກປ້ອງແນວທາງການເມືອງຂອງພັກ, ຍົກສູງບົດບາດອິດທິພົນຂອງພັກ, ປ້ອງກັນການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ສົມກັບເປັນແກ່ນນຳ ໃນລະບົບການເມືອງ ຢ່າງແທ້ຈິງ
Editor: ກຳປານາດ ລັດຖະເຮົ້າ