ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສາທາລະນະລັດ ປະຊາຊົນຈີນ ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ, ໄດ້ຈັດເວທີສົນທະນາຮ່ວມມືການທ່ອງທ່ຽວ ລາວ-ຈິນ ຄັ້ງທີ 1 ໃນວັນທີ 15 ພຶດສະພາ 2018 ທີ່ນະຄອນຫລວງວຽງຈັນ ໂດຍເປັນປະທານຂອງ ທ່ານ ສາດສະດາຈານ ດຣ, ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຕູ້ ຈ່ຽງ ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍ ທ່ານ ຫວັງ ເຫວີນທຽນ ເອກອັກຄະລັດ ຖະທູດ ສປ ຈີນ, ປະຈໍາ ສປປ ລາວ, ມີບັນດາຕາງຫນ້າກະຊວງທີ່ກ່ຽວຂ້ອງ, ນັກສຶກສາຈາກສະຖາບັນ, ວິທະຍາໄລ ແລະ ມະຫາວິທະຍາໄລ ເຂົ້າຮ່ວມ.
ເວທີ ສົນທະນາຮ່ວມມືການທ່ອງທ່ຽວ ລາວ-ຈີນ ຄັ້ງນີ້, ເພື່ອເປັນການປະຕິບັດຜົນສໍາເລັດຂອງການພົບປະ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດໃຫ້ປະກົດຜົນເປັນຈິງ, ເປັນການສົ່ງເສີມວຽກງານດ້ານການທ່ອງທ່ຽວ ຂອງສອງປະເທດໃຫ້ມີການແລກປ່ຽນ ກະຕຸ້ນຊຸກຍູ້ເຊີ່ງກັນ ແລະ ກັນ ໃຫ້ຫລາຍຂື້ນສ້າງໂອກາດການພັດທະນາການທ່ອງທ່ຽວຕາມແລວທາງຍຸດທະສາດ (ຫນຶ່ງແລວ ຫນຶ່ງເສັ້ນທາງ)
ທ່ານ ສາດສະດາຈານ ດຣ, ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວວ່າ: ການທ່ອງທ່ຽວຖືເປັນຂະແຫນງເສດຖະກິດຫນຶ່ງ ທີ່ມີການຂະຫຍາຍຕົວ ຢ່າງວ່ອງໄວ ແລະ ກວ້າງຂວາງ ຢູ່ບັນດາປະເທດທົ່ວໂລກ ໃນຊຸມປີຜ່ານມາ ລັດຖະບານ ສປປ ລາວ ເຫັນໄດ້ເຖິງຄວາມສໍາຄັນດ້ານການທ່ອງທ່ຽວ ແລະ ຖືເປັນຂະແຫນງບຸລິມະສິດຫນື່ງທີ່ສໍາຄັນ ໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ ປະກອບສ່ວນເຂົ້າໃນວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນຂົງເຂດວຽກງານບໍລິຫານ ທີ່ຕິດພັນດ້ານການທ່ອງທ່ຽວ. ດ້ວຍເຫດນີ້ ສປປ ລາວ ຈິ່ງໄດ້ເອົາໃຈໃສ່ເປີດກວ້າງການພົວພັນຮ່ວມມືພາຍນອກ ໂດຍສະເພາະບັນດາເພື່ອນມິດ ແລະ ໃກ້ຄຽງ ເຊັ່ນ: ສປ ຈີນ, ເພື່ອພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງລາວ ໃຫ້ນັບມື້ເຂັ້ມແຂງ ແລະ ມີທ່າຂະຫຍາຍຕົວຂື້ນເລື່ອຍໆ
ຕົວເລກນັກທ່ອງທ່ຽວຈີນ ທີ່ເຂົ້າມາລາວ ຈາກ 199,857 ຄົນ ໃນປີ 2012 ມາເປັນ 639185 ຄົນ ໃນປີ 2017 ເພີ່ມຂື້ນ 17 ສ່ວນຮ້ອຍ ທຽບໃສ່ປີ 2016 ແລະ ຄາດວ່າ: ຈໍານວນນັກທ່ອງທ່ຽວຈີນ ທີ່ເຂົ້າມາລາວ ຈະເພີ່ມຂື້ນ ຢ່າງຕໍ່ເນື່ອງ ໃນຕໍ່ຫນ້າ. ພິເສດ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ 2018 ຂື້ນ ເພື່ອສົ່ງເສີມການທ່ອງທ່ຽວລາວໃຫ້ພົ້ນເດັ່ນ ໂດຍຈັດໃຫ້ມີຫລາຍຮູບແບບ, ຫລາຍກິດຈະກໍາ ໃນທົ່ວປະເທດ ເພື່ອຮັບຮອງນັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດ ລວມທັງນັກທ່ອງທ່ຽວຈີນ ມາທ່ຽວລາວ ໃຫ້ຫລາຍຂື້ນ.
ກອງປະຊຸມເວທີສົນທະນາ ຄັ້ງນີ້, ຈະເປັນນິມິດຫມາຍທີ່ດີແກ່ການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ຂອງສອງປະເທດ ລາວ-ຈີນ ໃຫ້ນັບມື້ກວ້າງຂວາງ, ທັງເປັນເວທີສົນທະນາແລກປ່ຽນບົດຮຽນປະສົບການ ແລະ ຄໍາຄິດເຫັນ ຢ່າງກົງໄປ-ກົງມາ ສ້າງຄວາມເຂົ້າໃຈ ລະຫວ່າງພາກລັດ ແລະ ເອກະຊົນ ດ້ວຍກັນ, ໃຫ້ມີຄວາມກົມກຽວ ປະກອບສ່ວນອັນສໍາຄັນ ໃນການເສີມສ້າງການຮ່ວມມືດ້ານການທ່ອງທ່ຽວໃຫ້ສອດຄ່ອງຕາມທິດທາງ ຫນຶ່ງແລວ ຫນຶ່ງເສັ້ນທາງ ໃຫ້ໄດ້ຮັບຜົນດີກວ່າເກົ່າ.
Editor: ກຳປານາດ ລັດຖະເຮົ້າ