ຕອນເຊົ້າຂອງວັນທີ 16 ພຶດສະພາ 2018 ນີ້ ເມືອງຊະນະຄາມ ແຂວງວຽຈັນ ໄດ້ເປີດກອງປະຊຸມກະກຽມຄວາມພ້ອມ ການສະເຫຼີມສະຫຼອງ 4 ວັນປະຫວັດສາດ ຄືື: ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນສົ່ງເສີມສຸຂະພາບ ແລະ ວັນສິ່ງແວດລ້ອມໂລກ ຢູ່ທີ່ຫ້ອງປະຊຸມຂອງເມືອງຊະນະຄາມ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປະເສີດ ວັນສີ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີຄະນະປະຈໍາພັກເມືອງ,ກຳມະການພັກເມືອງ ຫົວໜ້າຫ້ອງການອ້ອມຂ້າງເມືອງ ກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມດັ່ງກ່າວດັ່ງກ່າວໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້້າເມືອງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການ ຮັບຜິດຊອບຈັດງານສະເຫຼີມສະຫຼອງ 4 ວັນປະຫວັດສາດ ເຊັ່ນ: ອານຸກຳມະການ ຊີ້ນຳລວມ, ອານຸກຳມະການ ຮັບຜິດຊອບເນື້ອໃນ ແລະ ພິທີການ, ອານຸກໍາມະການຮັບຜິດຊອບຂະບວນການຍ່າງເພື່ອສະຂະພາບ ແລະ ແຂ່ງຂັນກິລາມວນຊົນ, ອານຸຂະບວນການຊຸກຍູ້ເສດຖະກິດ ແລະ ງົບປະມານ, ອານຸກຳມະການກວດສຸຂະພາບເດັກ, ອານະກໍາມະການຮັບແຂກໃນພິທີ, ອານຸກໍາມະການ ໂຄສະນາ ອອກຂ່າວ ໂທລະໂຄ່ງ, ໄປພ້ອມກັນນີ້ ໃນທີ່ປະຊຸມກໍ່ໄດ້ມີການແລກປ່ຽນຄຳຄິດຄຳເຫັນກັນຢ່າງກົງໄປກົງມາ ເພື່ອກະກຽມບໍ່ໃຫ້ມີການຂາດຕົກບົກພ່ອງ ເພື່ອຄວາມເປັນເອກະພາບໃນການຈັດພິທີ ດັ່ງກ່າວ ແລະ ເພື່ອກະກຽມຄວາມພ້ອມໃນການສ້າງຂະບວນການອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ, ມະຕິ V ຂອງອົງຄະນະພັກ ແຂວງວຽງຈັນ ແລະ ມະຕິ VI ຂອງອົງຄະນະພັກເມືອງຊະນະຄາມ ຕິດພັນກັບວຽກງານ 3 ສ້າງ ໃນ 5 ບ້ານຂອງເມືອງຊະນະຄາມ ແລະ ເຮັດໃຫ້ 4 ວັນປະຫວັດສາດດັ່ງກ່າວ ໄດ້ຮັບຜົນສຳເລັດ ຢ່າງຈົບງາມ ມີບັນຍາກາດ ແລະ ໃຫ້ເປັນຂະບວນການຟົດຟື້ນ.
Editor: ຕະວັນ ແສງສະຫວັນ