ເພື່ອເປັນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນບັນຫາການຂາດແຄນເລືອດສຳລັບຜູ້ປ່ວຍຢູ່ບັນດາໂຮງໝໍ, ສຸກສາລາຕ່າງໆໃນຂອບເຂດທົ່ວປະເທດເວົ້າລວມ ເວົ້າສະເພາະແຂວງວຽງຈັນ ກໍ່ຄືເມືອງທຸລະຄົມ.
ດັ່ງນັ້ນ, ໃນຕອນເຊົ້າ ວັນທີ 15 ກັນຍາ 2018 ຊາວໜຸ່ມ ຫລາຍຫ້ອງການໃນທົ່ວເມືອງທຸລະຄົມ, ແຂວງວຽງຈັນ ໄດ້ເຂົ້າຮ່ວມຄະບວນການບໍລິຈາກເລືອດຢູ່ທີ່ສະໂມສອນຂອງເມືອງທຸລະຄົມ. ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ ໂດຍແມ່ນ ທ່ານ ກິຄຳ ວົງໄຊ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ, ມີ ທ່ານ ບຸນນຳ ວົງທະຈັກ ຮອງຫົວໜ້າອົງການກາແດງແຂວງວຽງຈັນ, ມີສະມາຊິກຊາວໜຸ່ມ-ໄວໜຸ່ມ ບັນດາຫ້ອງການໃນທົ່ວເມືອງທຸລະຄົມເຂົ້າຮ່ວມທັງໝົດ 30 ຄົນ, ຍີງ 16 ຄົນ.
ໃນພິທີ່ດັ່ງກ່າວ ທ່ານ ບຸນນຳ ວົງທະຈັກ ຮອງຫົວໜ້າ ອົງການກາແດງ ແຂວງວຽງຈັນ ໄດ້ເລົ່າປະຫວັດຄວາມເປັນມາຂອງສູນເລືອດແຂວງວຽງຈັນ ພ້ອມກັບຄວາມໝາຍຄວາມສຳຄັນຂອງເລືອດແມ່ນສຳຄັນສຳລັບມະນຸດເຮົາ ເພາະເລືອດແມ່ນບໍ່ສາມາດຜະລິດໄດ້ ສະນັ້ນ ທາງອົງການກາແດງລາວ ຈື່ງຕັ້ງສູນບໍລິຈາກເລືອດເພື່ອສັງຄົມ. ໃນນັ້ນມີຊາວໜຸ່ມຜູ້ທີ່ສະໝັກໃຈບໍລິຈາກ 6 ຄົນ, ຍີງ 1 ຄົນ.
ຕອນທ້າຍພິທີ ທ່ານ ບຸນນຳ ວົງທະຈັກ ຮອງຫົວໜ້າອົງການກາແດງແຂວງວຽງຈັນ ກໍ່ໄດ້ກ່າວຄຳຂອບໃຈທາງຄະນະການນຳຂອງເມືອງທຸລະຄົມ ທີ່ເຫັນໄດ້ຄວາມສຳຄັນຂອງພິທີໃນຄັ້ງນີ້ ພິເສດແມ່ນໄດ້ກ່າວຄຳຂອບໃຈນຳຊາວໜຸ່ມຜູ້ທີ່ສະໝັກໃຈບໍລິຈາກເລືອດໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ການບໍລິຈາກເລືອດຂອງບັນດາທ່ານຈະເປັນພົນບຸນອັນປະເສີດແກ່ຜູ້ບໍລິຈາກເລືອດ ແລະ ຜູ້ຮັບເລືອດຕື່ມອີກ.
Editor: ເມືອງທຸລະຄົມ