ເພື່ອປະຕິບັດຕາມນະໂຍບາຍຂອງພັກ - ລັດຖະບານ ທີ່ມີຕໍ່ຄອບຄົວພະນັກງານບຳນານ ເສຍຊີວິດ. ດັ່ງນັ້ນໃນວັນທີ 7 ພຶດສະພາ 2018 ຜ່ານມານີ້ ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງວຽງທອງ ແຂວງບໍລິຄຳໄຊ ການນຳເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳເອົາ ເງີນອຸດໜຸນເສຍຊີວິດຂອງພະນັກງານບຳນານ ຈຳນວນ 43.886.080 ກີບ ມອບໃຫ້ຄອບຄົວທ່ານ ຊຽງມອນ ຫລື (ຄຳພາ) ອາດິດພະນັກງານບຳນານ ເມືອງວຽງທອງ ທີ່ໄດ້ເສຍຊີວິດ.
ພິທີມອບ-ຮັບ ໄດ້ຈັດຂື້ນຢູ່ຫ້ອງວ່າການປົກຄອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍການເປັນກຽດມອບເງີນຂອງທ່ານ ອະລຸນສັກ ປະທຳມະວົງ ຄະນະປະຈຳພັກເມືອງ-ຮອງເຈົ້າເມືອງ ເມືອງວຽງທອງ ແລະ ຮັບໂດຍແມ່ນ ທ້າວ ກອງຈັນ ຜູ້ເປັນລູກຊາຍ ໂດຍຊ້ອງໜ້າຍາດຕິພີນ້ອງອຳນາດການປົກຄອງບ້ານ ແລະ ພະນັກງານຫ້ອງການແຮງງານສະຫວັດດີການ ແລະ ສັງຄົມເມືອງວຽງທອງເປັນສັກຂີພີຍານ.
Editor: ເມືອງວຽງທອງ