ໃນອາທິດຜ່ານມານີ້ ຢູ່ທີ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຕີລາຄາການຊີ້ນໍາ-ນຳພາວຽກງານຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ 5 ໃນໄລຍະ 3 ເດືອນຕົ້ນປີ 2018 ໂດຍການເປັນປະທານຂອງສະຫາຍ ຄໍາພັນ ຄູນສັກສີ ເຈົ້າເມືອງຊົນນະບູລີ, ມີຫົວໜ້າຫ້ອງການ, ນາຍ ແລະ ພົນ ທະຫານ, ນາຍ ແລະ ພົນຕໍາຫຼວດ, ເລຂາໜ່ວຍພັກບ້ານ-ນາຍບ້ານໃນ 62 ບ້ານເຂົ້າຮ່ວມ.
ສະຫາຍ ມາລີເຊ ໄຊທິສານ ຫົວໜ້າຫ້ອງວ່າການປົກຄອງເມືອງຊົນນະບູລີ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຊີ້ນໍາໆພາວຽກງານຄົບຄະນະບໍລິຫານງານພັກເມືອງ ໃນໄລຍະ 3 ເດືອນຜ່ານມາ ເຊິ່ງເຫັນໄດ້ວ່າເມືອງຊົນນະບູລີ ແມ່ນມີສະຖຽນລະພາບທາງດ້ານການເມືອງ-ສັງຄົມ ມີຄວາມສະຫງົບຮຽບຮ້ອຍດີ, ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໄດ້ຮັບການແກ້ໄຂເທື່ອກ້າວ, ສໍາລັບ ຂົງເຂດວຽກງານເສດຖະກິດ ແມ່ນໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດໂດຍເລີ່ມຈາກການພັດທະນາຊົນນະບົດ ເພື່ອລົບລ້າງຄວາມທຸກຍາກຂອງປະຊາຊົນ, ສ້າງຄວາມເຂັ້ມແຂງຢູ່ພື້ນຖານຂຶ້ນມາ ເຮັດໃຫ້ເສດຖະກິດມີຄວາມໝັ່ນຄົງ ແລະ ຍືນຍົງ. ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 492,90 ຕື້ກີບ. ໃນນັ້ນ ກະສິກໍາ ແລະ ປ່າໄມ້ 402,627 ຕື້ກີບ. ອຸດສາຫະກໍາ 543,89 ຕື້ກີບ. ການບໍລິການ 358,87 ຕື້ກີບ. ສະເລ່ຍລາຍຮັບ (GDP) ໃສ່ຫົວຄົນແມ່ນ 910 ໂດລາ/ຄົນ/ປີ. .
ໃນກອງປະຊຸມ ສະຫາຍ ສອນນະພາ ສິງຂາວເພັດ ຮອງຫົວໜ້າຫ້ອງການພາຍໃນເມືອງຊົນນະບູລີ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2017 ຊຶ່ງປະຈຸບັນເມືອງຊົນນະບູລີ ສາມາດສ້າງເປັນບ້ານພັດທະນາໄດ້ແລ້ວ 11 ບ້ານ. ໃນນັ້ນ ໄດ້ສ້າງເພີ່ມໃນປີ 2017 ໄດ້ 3 ບ້ານ.
Editor: ນັກຂ່າວເມືອງຊົນນະບູລີ