ໃນວັນທີ10 ພຶດສະພາ 2018 ທີ່ຜ່ານມາ, ທ່ານ ບຸນຫລາຍ ຈັນທະວິໄລ ຫົວໜ້າກອງທຶນຫລຸດຜ່ອນຄວາມທຸກຍາກປະຈໍາເມືອງເຊໂປນ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງໄດ້ນໍາພາຄະນະຜູ້ຕາງໜ້າແຕ່ລະກະຊວງນໍາໂດຍ ທ່ານ ສີສະຫວັດ ເກີດກອງ ຮອງຜູ້ອໍານວຍການບໍລິຫານກອງທຶນຫລຸດຜ່ອນຄວາມທຸກຍາກພ້ອມທິມງານທີ່ມາຈາກກະຊວງ, ແຂວງ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດກິດຈະກໍາວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກປະຈໍາເມືອງເຊໂປນ 2 ບ້ານເປົ້າໝາຍຄື: ບ້ານແກ້ງກິວ ຢ້ຽມຢາມກິດຈະກໍາຄອບຄົວຕົວແບບການລ້ຽງໄກ່ລາດ ລາຍຮັບສະເລ່ຍເດືອນໜຶ່ງປະມານ 3-5 ແສນກີບ, ກິດຈະກໍາກຸ່ມຕໍາຫູກ ມີສະມາຊີກ 25 ຄົນ, ຕໍາສີ້ນມີ່ ແລະ ຜ້າຕາລ່ອງ, ຜ້າບ່ຽງສະເລ່ຍຕໍາຜູ້ໜຶ່ງໄດ້ ປະມານ1 ຜືນຕໍ່ມື້, ຜຶນໜຶ່ງຍາວປະມານ1,80 ແມັດ,ຂາຍໃນລາຄາ1 ຜືນ 70 ພັນກີບ, ຄິດສະເລ່ຍລາຍຮັບຜູ້ໜຶ່ງ ປະມານ1-2 ລ້ານກີບຕໍ່ຄົນຕໍ່ເດືອນ, ກິດຈະກໍາການລ້ຽງໝູ ມີ 2 ຄອບຄົວ, ເພາະພັນຂາຍໝູນ້ອຍ 1-3 ເດືອນລາຄາ 1 ໂຕປະມານ1-2 ແສນກີບ, ຈາກນັ້ນ ກໍ່ໄດ້ໄປຢ້ຽມຢາມກິດຈະກໍາຄອບຄົວຕົວແບບການລ້ຽງແບ້ ແລະ ຖັກຟອຍແຂມຂາຍ ຢູ່ບ້ານສະອີຕ້ອນ ເປັນກິດຈະກໍາທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ມີອາຊີບທີ່ໝັ້ນຄົງ.
ແລະ ໃນການລົງຢ້ຽມຢາມກິດຈະກໍາ ຢູ່ 2 ບ້ານເປົ້າໝາຍບັນດາຄະນະທິມງານທີ່ມາຈາກກະຊວງ, ແຂວງ ກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນເຈາະຈີ້ມບັນຫາຕ່າງໆນໍາປະຊາຊົນ ທີ່ຈັດຕັ້ງປະຕິບັດວຽກຕົວຈິ່ງຢ່າງກົງໄປກົງມາ ເພື່ອຊອກຫາຊ່ອງທາງວີທີແກ້ໄຂປັບປຸງໃຫ້ດີຂື້ນກວ່າເກົ່າ ໂດຍສະເພາະການຊອກຫາຕະຫລາດຈໍາໜ່າຍສິນຄ້າ ໃຫ້ໄດ້ມາດຕະຖານສາກົນ, ເປັນການຊຸກຍູ້ ແລະ ສົ່ງເສີມການຜະລິດຂອງຊາວບ້ານໃຫ້ມີອາຊີບທີ່ຍືນຍົງ, ມີວຽກເຮັດງານທໍາ ມີລາຍໄດ້ເພີ່ມຂື້ນ, ມີຊິວິດການເປັນຢູ່ດີຂື້ນຫລຸດພົ້ນອອກຈາກຄວາມທຸກຍາກ ແຕ່ນີ້ຫາ 2020 ໂດຍພື້ນຖານ.
Editor: ຕະວັນ ແສງສະຫວັນ