ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານປູກໄມ້ໃນແຕ່ລະປີບັນລຸຕາມແຜນການ, ສ້າງຂະບວນການໃນຂອບເຂດທົ່ວປະເທດ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2018 ຕິດພັນກັບການປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນລຸ້ນຫຼັງ ເຫັນໄດ້ ຄວາມໝາຍຄວາມສໍາຄັນຂອງປ່າໄມ້ ທີ່ມີຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ພົວພັນເຖິງການປ່ຽນແປງດິນຟ້າອາກາດ ຍູ້ຂະບວນການດັ່ງກ່າວຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວຂອງ ສປປ ລາວ ປີ 2018 ໃຫ້ມີຄວາມຟົດຟື້ນ.
ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ກ່ຽວກັບຈັດຕັ້ງການສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບວັນເດັກນ້ອຍສາກົນໃນວັນທີ 1 ມິຖຸນາ 2018 ສະບັບເລກທີ 0035/ກປ ລົງວັນທີ 8 ພຶດສະພາ 2018 ໂດຍມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຄົ້ນຄວ້ານໍາສະເໜີຕໍ່ອົງການປົກຄອງທ້ອງຖິ່ນໃນຂັ້ນຂອງຕົນ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານປູກໄມ້ ແລະ ຟື້ນຟູປ່າ ໂດຍແມ່ນຂະແໜງ ກະສິກຳ-ປ່າໄມ້ ເປັນໃຈກາງ ໂດຍການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນ ພ້ອມທັງມອບ ຄວາມຮັບຜິດຊອບຂາດຕົວໃຫ້ແກ່ຂະແໜງປ່າໄມ້, ຫ້ອງການ ກະສິກຳ-ປ່າໄມ້ ເມືອງ ຈັດຕັ້ງວຽກງານສົ່ງເສີມປູກໄມ້, ການລົງທຶນປູກໄມ້ ແລະ ການຟື້ນຟູປ່າແບບທໍາມະຊາດຕາມເງື່ອນໄຂທີ່ ເໝາະສົມ, ພ້ອມທັງ ເອົາໃຈໃສ່ການບົວລະບັດ, ປົກປັກຮັກສາຕົ້ນໄມ້ທີ່ໄດ້ປູກ ເພື່ອຫຼຸດອັດຕາການຕາຍຂອງເບ້ຍໄມ້ລົງ ແລະ ດໍາເນີນການປູກທົດແທນຕົ້ນໄມ້ທີ່ຕາຍ; ເປັນເຈົ້າການປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ພະແນກການທີ່ກ່ຽວຂ້ອງພາຍໃນແຂວງຂອງຕົນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທີ່ມີເງື່ອນໄຂຈັດຕັ້ງການສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ, ວາງສະແດງເບ້ຍໄມ້ ຕິດພັນກັບການສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ 2018 ໃຫ້ເປັນຂະບວນຢ່າງກວ້າງຂວາງ, ຟົດຟື້ນ.
ພະແນກ ກະສິກຳ-ປ່າໄມ້ ນະຄອນຫລວງ ແລະ ບັນດາແຂວງ ສົມທົບກັບ ພະແນກສຶກສາທິການ ແລະ ກີລາ ໃຫ້ຊຸກຍູ້ລະດົມບັນດາໂຮງຮຽນເປັນຕົ້ນແມ່ນ: ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ –ຕອນປາຍ, ວິທະຍາໄລຕ່າງໆທັງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງພັກ, ລັດ, ການຈັດຕັ້ງສັງຄົມອື່ນໆອ້ອມຂ້າງແຂວງຂອງຕົນ ສ້າງຂະບວນການ ແລະ ຈັດກິດຈະກໍາຕ່າງໆ ກ່ຽວກັບການປູກໄມ້ ແນໃສ່ປູກຈິດສໍານຶກໃຫ້ແກ່ອະນຸຊົນລຸ້ນຫຼັງ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງປ່າໄມ້, ການປູກໄມ້ຟື້ນຟູປ່າເພື່ອອະນາຄົດ,ຄືນຄວາມສີຂຽວ ແລະ ປົກປັກຮັກສາສິ່ງແວດລ້ອມດ້ວຍການຈັດກິດຈະກຳ ຖາມ – ຕອບ ຫຼື ວິທີການອື່ນໆ ຕາມຄວາມເໝາະສົມ; ບັນດາໂຄງການປູກໄມ້ຂອງລັດ, ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນທົ່ວໄປໃຫ້ສືບຕໍ່ເອົາໃຈໃສ່ວຽກງານປູກໄມ້ໃຫ້ເປັນຂະບວນການຟົດຟື້ນ ພ້ອມທັງເອົາໃຈໃສ່ບົວລະບັດຮັກສາ ເພື່ອໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.
ສຳລັບການຈັດພິທີ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2018 ນີ້, ໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສຳຄັນບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ, ໃຫ້ຖືເອົາວັນດັ່ງກ່າວນີ້ເຜີຍແຜ່ຜົນສຳເລັດ, ສະຫຼຸບຖອດຖອນບົດຮຽນຕິດພັນກັບການເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດໝາຍ ດ້ວຍຮູບການປາຖະກະຖາ ຫຼື ຜ່ານສື່ຕ່າງໆ ເປັນຕົ້ນ: ໜັງສືພິມ, ວິທະຍຸ, ໂທລະພາບ; ພະແນກ ກະສິກຳ-ປ່າໄມ້ ນະຄອນຫລວງ ແລະ ບັນດາແຂວງ, ຫ້ອງການ ກະສິກຳ-ປ່າໄມ້ ປະຈຳເມືອງ ຄົ້ນຄວ້າກ່ຽວກັບຜົນງານຂອງບຸກຄົນ, ຄອບຄົວ, ລວມໝູ່, ກົມກອງ ແລະ ການຈັດຕັ້ງທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ທຶນຮອນເຂົ້າໃນການຄຸ້ມຄອງ ແລະ ບົວລະບັດຮັກສາປ່າປູກ ແລະ ຟື້ນຟູປ່າ ເພື່ອນໍາສະເໜີຕໍ່ຂັ້ນເທິງພິຈາລະນາຍ້ອງຍໍດ້ວຍກຽດຕິຄຸນ, ວັດຖຸພັນ ແລະ ອື່ນໆ.
ນອກຈາກນັ້ນ, ມອບໃຫ້ກົມປ່າໄມ້ ສົມທົບກັບ ພະແນກ ກະສິກຳ-ປ່າໄມ້ ນະຄອນຫລວງ ແລະ ບັນດາແຂວງ ພ້ອມກັນຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດແຈ້ງການສະບັບນີ້, ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດໃຫ້ລາຍງານການນຳກະຊວງ ກະສິກຳ-ປ່າໄມ້ ໄດ້ຮັບຊາບ ເພື່ອມີວິທີແກ້ໄຂຢ່າງທັນການ.
Editor: ນັກຂ່າວເມືອງພູຄູນ