ວັນທີ 12 ພຶດສະພາ ນີ້ ຢູ່ບ້ານນາເບິງ ກຸ່ມໂພນທອງ ເມືອງໂພນທອງ ແຂວງຫຼວງພະບາງ, ໄດ້ຈັດພິທີມອບຮັບໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງຊົນນະບົດ ບ້ານນາເບິງ, ໂດຍມີ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງ-ເມືອງໂພນທອງ, ທ່ານ ບຸນລອດ ຫົວໜ້າປະສານງານໂຄງການ ກອງທືນຫຼຸດຜ່ອນຄວາມທຸກຍາກ ປະຈໍາເມືອງໂພນທອງ, ມີຄະນະກຳມະການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງ, ຜູ້ຕາງໜ້າບໍລິສັດ ດີແອັດແອວ (DSL) ຜູ້ຮັບ ເໝົາກໍ່ສ້າງ, ຕະຫຼອດຜູ້ຮັບຜິດຊອບວຽກງານ ໂຄງການກອງທືນຫຼຸດຜ່ອນຄວາມທຸກຍາກ ຂັ້ນບ້ານ, ອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມ.
ການມອບຮັບໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງ ຂອງບ້ານນາເບິງ, ໄດ້ສຳເລັດຕາມແຜນການ ແລະມີຄຸນນະພາບ ຕາມມາດຖານກຳນົດໄວ້ໃນຮ່າງສັນຍາ ແລະ ສອດຄ່ອງກັບກົດໝາຍຂອງລັດ, ໃນພິທີ ຜູ້ຕາງໜ້າຄະນະທິມງານຮັບຜິດຊອບ ໂຄງການກອງທືນຫຼຸດຜ່ອນຄວາມທຸກຍາກຂັ້ນບ້ານ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດ ຕາມແບບແຜນໂຄງການທີ່ກຳນົດໄວ້. ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງຊົນນະບົດ ຂອງບ້ານນາເບິງ ໄດ້ຮັບທືນສະໜັບສະໜູນ ຈາກໂຄງການກອງທືນຫຼຸດຜ່ອນຄວາມທຸກຍາກ ໃນມູນຄ່າກໍ່ສ້າງ 418,340,000 ກ່ວາກີບ, ໃນນີ້ ມີທືນຊຸມຊົນປະກອບສ່ວນ 24,600,000 ກີບ, ເສັ້ນທາງ ມີຄວາມຍາວເກືອບ 14 ກິໂລແມັດ, ກວ້າງ 4 ແມັດ ໄດ້ເລີມລົງມື້ກໍ່ສ້າງມາແຕ່ວັນທີ 18 ມີນາ 2018 ມາຮອດປະຈຸບັນໂຄງການດັ່ງກ່າວແມ່ນສຳເລັດ 100%. ຈາກນັ້ນ ຕາງໜ້າບໍລິສັດ DSL ກໍ່ສ້າງຂົວທາງ ໄດ້ມອບເສັ້ນທາງດັ່ງກ່າວ ໃຫ້ອົງການປົກຄອງເມືອງ ຂຶ້ນຮັບໂດຍ ທ່ານ ສົມມາລີ ຄໍາເກັ່ງ, ພ້ອມທັງກ່າວມອບຕໍ່ໃຫ້ກັບປະຊາຊົນບ້ານ ນາເບິງ ເປັນຜູ້ຮັກສາ ແລະ ຊົມໃຊ້.
ໂອກາດນີ້ ທ່ານເຈົ້າມືອງໂພນທອງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ຊ່ວຍກັນໃນການປົກປັກຮັກສາ ແລະ ຄຸ້ມຄອງເສັ້ນທາງ ໃຫ້ໄດ້ນຳໃຊ້ຢ່າງຍາວນານ, ນຳໃຊ້ເສັ້ນທາງດັ່ງກ່ວາໃຫ້ມີຜົນປະໂຫຍດສູງ ໂດຍສະເພາະແມ່ນນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນບ້ານ. ຕອນທ້າຍ ທ່ານ ສົມມາລີ ຄໍາເກັ່ງ ໄດ້ມອບເຄື້ອງນຸ່ງຈຳນວນໜຶ່ງ ໃຫ້ກັບຄອບຄົວທຸກຍາກ ຕື່ມອີກ.
ບ້ານ ນາເບິງ ຫ່າງຈາກເທດສະບານເມືອງໂພນທອງ ໄປທາງທິດຕາເວັນອອກ 22 ກິໂລແມັດ ເປັນບ້ານຊົນເຜົ່າປະສົມ ມີ 108 ຄອບຄົວ, ພົນລະເມືອງ 694 ຄົນ ຍິງ 349 ຄົນ, ພາຍໃນບ້ານ ຍັງມີຄອບຄົວທຸກຍາກ 9 ຄອບຄົວ ອາຊີບຫຼັກຂອງປະຊາຊົນສ່ວນໃຫ່ຍ ແມ່ນການປູກຟັງ ແລະ ລ້ຽງສັດ.
Editor: ຕະວັນ ແສງສະຫວັນ