ໃນວັນທີ 8 ພຶດສະພາ 2018 ຢູ່ຫ້ອງການບ້ານ ນໍ້າຢ້າງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີຮັບຮອງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງບ້ານ ນໍ້າຢ້າງ ເປັນບ້ານ ທີ່ V ຂອງເມືອງວຽງທອງ, ໂດຍການເຂົ້າຮ່ວມ ຂອງ ທ່ານ ວົງສີທອງສີ ອິນທິປັນຍາ, ກໍາມະການພັກເແຂວງ, ເລຂາພັກເມືອງ, ເຈົ້າເມືອງ ວຽງທອງ,ທ່ານ ສົມໃຈ ຊົງລ່າວ່າງ ຮອງເລຂາພັກເມືອງ, ປະທານແນວລາວ ສ້າງຊາດເມືອງ, ມີຄະນະປະທານແນວລາວສ້າງຊາດບ້ານ, ເລຂາພັກບ້ານ-ນາຍບ້ານ, ຄະນະກຳມະການປະເມີນສ້າງຄອບຄົວສາມັກຄີປອງດອງ ພ້ອມດ້ວຍພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພອນຄໍາ ພີມມະຈັນ ກໍາມະການພັກເມືອງ, ເລຂາພັກບ້ານ, ນາຍບ້ານ ນໍ້າຢ້າງ ໄດ້ໃຫ້ກຽດຂື້ນຜ່ານບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າໃນການຈັດຕັ້ງປະຕິບັດວຽກງານປະເມີນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງບ້ານ ນໍ້າຢ້າງ ໃນໄລຍະຜ່ານມາ. ເຊີ່ງບ້ານ ນໍ້າຢ້າງ ມີ 3 ຄຸ້ມບ້ານ, ມີ 39 ໜ່ວຍ, ມີ 557 ຄອບຄົວ, ມີພົນລະເມືອງທັງໝົດ 3.883 ຄົນ, ຍິງ 1.474 ຄົນ, ມີ 3 ຊົນເຜົ່າຄື: ຊົນເຜົ່າໄຕ, ຊົນເຜົ່າຜ້ອງ ແລະ ຊົນເຜົ່າມົ້ງ. ໃນໄລຍະຜ່ານມາທາງຄະນະພັກບ້ານ, ແນວລາວສ້າງຊາດບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີໃນຄອບຄົວ ແລະ ພາຍນອກ ໃຫ້ມີຄວາມເຂົ້າໃຈສາມັກຄີກັນ ຕັ້ງໜ້າພັດທະນາຄອບຄົວໃຫ້ດີຂື້ນໄປເທື່ອລະກ້າວ, ຜ່ານການປະເມີນຕົວຈິງ ຄອບຄົວທີ່ໄດ້ມາດຖານຂອງການສ້າງຄອບຄົວສາມັກຄີປອງດອງ. ທຸກຄົນໃນຄອບຄົວຕ້ອງມີຄວາມສາມັກຄີ, ເປັນຄອບຄົວທີໝັ່ນໄປປະຊຸມນັບຖືລະບຽບຂອງບ້ານ, ເປັນຄອບຄົວອະນຸລັກວັດທະນະທຳຂອງເຜົ່າ ແລະ ເປັນຄອບຄົວທີ່ດຳລົງຊິວິດປອດໃສຂາວສະອາດ ເຊິ່ງສາມາດປະເມີນໄດ້ 85% ຂື້ນໄປ ມີ 541 ຄອບຄົວ. ສະນັ້ນ ຈິ່ງໄດ້ຜ່ານ ຂໍ້ຕົກລົງຂອງ ເຈົ້າເມືອງ - ເມືອງ ວຽງທອງ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວສາມັກຄີປອງດອງບັນດາເຜົ່າໃຫ້ແຕ່ລະຄອບຄົວ ເຊິ່ງເປັນກຽດມອບຂອງ ທ່ານ ວົງສີທອງສີ ອິນທິປັນຍາ ເຈົ້າເມືອງ ວຽງທອງ.
ຕອນທ້າຍຂອງ ພິທີ ທ່ານເຈົ້າເມືອງ ວຽງທອງ. ໄດ້ມີຄໍາເຫັນໂອ້ລົມຕໍ່ປະຊາຊົນ ກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານແຕ່ລະຄອບຄົວສາມາດຍາດມາໄດ້ ພ້ອມທັງ ໄດ້ມີຄຳເຫັນຕໍ່ບາງວຽກງານໃນການສ້າງບ້ານສາມັກຄີປອງດອງໃນຕໍ່ໜ້າຕື່ມອີກ.
Editor: ຕະວັນ ແສງສະຫວັນ