ໃນເມື່ອບໍ່ດົນນີ້ ເມືອງພູຄູນ ແຂວງ ຫຼວງພະບາງ ໄດ້ເປີດຂະບວນການພົ່ນຢາກໍາຈັດຕັກແຕນຝຸງໄມ້ປອງ ທີ່ບ້ານ ນໍ້າຈ່າວ ກຸ່ມພູວຽງ ໂດຍມີທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ເຂົ້າຮ່ວມ, ມີຫົວໜ້າຫ້ອງການທີ່ກ່ຽວຂ້ອງຈາກເມືອງ ພະນັກງານວິຊາການ ແລະ ປະຊາຊົນເຂົ້າຮ່ວມ.
ສໍາລັບ ເມືອງພູຄູນ ຕັກແຕນຝຸງໄມ້ປ່ອງເລີ່ມເຂົ້າມາອາໄສ ແລະ ທໍາລາຍຜົນຜະລິດຂອງປະຊາຊົນ ຄັ້ງທຳອິດເມື່ອທ້າຍປີ 2016 ໃນ ຈໍານວນ 3 ບ້ານ ຂອງກຸ່ມທ່າບໍແກ້ວ ຄື: ບ້ານບວມພໍ, ບ້ານນາກຶນ ແລະ ບ້ານວຽງສະ ໄໝ ຈາກນັ້ນ ໄດ້ຂະຫຍາຍອອກສູ່ບໍລິເວນບ້ານອອ້ມຂ້າງ ປະຈຸບັນທົ່ວເມືອງ ມີບ້ານທີ່ໄດ້ຮັບຜົນກະທົບແລ້ວ ຈຳນວນ 7 ບ້ານ ໃນ 2 ກຸ່ມບ້ານ ເພື່ອເປັນການປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝຸງໄມ້ປ່ອງໃນບັນດາແຂວງພາກເໜືອ ແລະ ປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບ ເລກທີ 28/ນຍ ວ່າດ້ວຍ ການເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປ້ອງກັນ ແລະ ກຳຈັດຕັກແຕນຝຸງໄມ້ປ່ອງ ຄະນະສຳຫຼວດຕິດຕາມເຝົ້າລະວັງຂັ້ນເມືອງ ກໍ່ໄດ້ເອົາໃຈໃສ່ ລົງສົມທົບກັບອົງການປົກຄອງທ້ອງຖິ່ນ ສຸມໃສ່ການສຳຫຼວດກວດກາ ປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ມີການແຜ່ລາມອອກສູ່ເຂດອື່ນ ໃນນີ້ ໄດ້ພົ່ນຢາກຳຈັດແລ້ວ 8 ຈຸດ ກວມເອົາ 2 ບ້ານ ໃນເນື້ອທີ່ເກືອບ 20 ເຮັກຕາ ພາຍຫຼັງສຳເລັດໃນການພົ່ນຢາໃນຄັ້ງນີ້ ຄະນະສຳຫຼວດຕິດຕາມ ເຝົ້າລະວັງຂັ້ນເມືອງ ຍັງຈະສືບຕໍ່ລົງບັນດາບ້ານເປົ້າໝາຍ ພ້ອມທັງປຸກລະດົມທຸກພາກສວນໃຫ້ເປັນເຈົ້າການໃນການປ້ອງກັນຕິດຕາມ ຖ້າພົບເຫັນຈຸດວາງໄຂ ແລະ ແຕກເປັນຕົວອອນໃຫ້ລາຍງານພາກສວນທີ່ກ່ຽວຂ້ອງ ເພື່ອຈະກຳຈັດໃຫ້ຈຳນວນປະຊາກອນຂອງຕັກແຕນຝຸງໄມ້ປ່ອງຂະຫຍາຍ ແລະ ລະບາດໄປສູ່ເຂດອື່ນ.
Editor: ນັກຂ່າວເມືອງພູຄູນ