ງານວາງສະແດງ ເຄື່ອງເຮືອນລາວຄັ້ງທີ 3 ຫຼື 3nd Lao Home and Living Fair 2018 ທີ່ສູນການຄ້າ ລາວໄອເຕັກ ຫຼັງເກົ່າ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 7-15 ກະກົດ 2018 ປະຈຸບັນ ມີຫົວຫນ່ວຍທຸລະກິດ ຜູ້ປະກອບການໂຮງງານເຟີນິເຈີ ສະແດງເຈດຈຳນົງ ເຂົ້າຮ່ວມງານແລ້ວ ຈຳນວນ 43 ໂຮງງານ ຈາກຕ່າງແຂວງ ແລະ ນະຄອນຫລວງເຂົ້າຮ່ວມ, ຊຶ່ງຈະເນັ້ນສິນຄ້າປະເພດເຟີນິເຈີຮັບໃຊ້ພາຍໃນເຮືອນ ຈາກໄມ້ເນື້ອແຂງ, ຫວາຍ,ໄມ້ປ່ອງ ແລະ ເຄື່ອງຈັກສານຕ່າງໆ ລວມໄປເຖິງສິນຄ້າໂອດ໋ອບຈໍານວນຫນຶ່ງ, ຊຶ່ງຂໍ້ມູນດັ່ງກ່າວແມ່ນຖືກເປີດເຜີຍອອກມາຈາກທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ, ທັງເປັນເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ. ຢ່າງໃດກໍ່ຕາມ ໃນນາມຮອງປະທານສະມາຄົມເຟີນີເຈີໄມ້ລາວ ທ່ານ ຍັງຮຽກຮ້ອງ ໃຫ້ຜູ້ປະກອບການ ຫົວໜ່ວຍທຸລະກິດ ເຟີນີເຈີຂອງພວກເຮົາ ໄດ້ພ້ອມກັນ ນຳເອົາຜົນງານ ຂອງຕົນເອງໄດ້ເຂົ້າມາວາງສະແດງໃຫ້ຫຼາກຫຼາຍ ສົມເປັນງານເຄື່ອງເຮືອນລາວຄັ້ງທີ 3 ເພື່ອເຮັດໃຫ້ຜູ້ຊົມໃຊ້ ໄດ້ຫັນມາໃຊ້ສິນຄ້າຂອງລາວໃຫ້ຫຼາຍຂຶ້ນ ສ້າງມູນຄ່າເພີ່ມໃຫ້ສິນຄ້າລາວສູງຂຶ້ນຫຼາຍເທົ່າໂຕ ພ້ອມນັ້ນ ຈະສົ່ງຜົນປະໂຫຍດຫຼາກຫຼາຍເປັນຕົ້ນແມ່ນ: ເປັນການປະກອບສ່ວນສ້າງວຽກເຮັດງານທຳໃຫ້ນາຍຊ່າງ ແລະ ເປັນການກະຕຸ້ນການທ່ອງທ່ຽວໃຫ້ເກີດການຈັບຈ່າຍຫລາຍຂື້ນ.
ທາງດ້ານ ໂຮງງານ ເຄແອນບີ ເຟີນີເຈີ ຊຶ່ງເປັນໂຮງງານເຟີນິເຈີລາຍໃຫຍ່ ແລະ ຢູ່ໃນແຖວຫນ້າ ຂອງ ສປປ ລາວ ບອກວ່າ: ໂຮງງານແມ່ນມີຄວາມພ້ອມ ໃນການນຳ ຜະລິດຕະພັນເຄືອງເຮືອນ, ສິນຄ້າຕົກແຕ່ງ, ເຟີນີເຈີຄົບວົງຈອນ ເກືອບຮ້ອຍລາຍການ ເພື່ອຮ່ວມວາງສະແດງ ແລະ ຕອບສະໜອງລູກຄ້າໃນງານ.
ຊຶ່ງງານວາງສະແດງເຄື່ອງເຮືອນລາວຄັ້ງທີ 3 ຈະເປັນເວທີ ເຕົ້າໂຮມພູມປັນຍາ, ເຕົ້າໂຮມປະສົບການຈາກຜູ້ປະກອບການທັງພາຍໃນ ແລະ ແລະ ລູກຄ້າ ເພື່ອມາຫາລື ປັບປຸງຄຸນນະພາບສິນຄ້າ ແລະ ນຳໃຊ້ວັດຖຸດິບໃຫ້ຄຸ້ມຄ່າ. ພ້ອມດຽວກັນນັ້ນ ລູກຄ້າທ່ານໃດຫາກມີຄວາມສົນໃຈຢາກໃຫ້ ໂຮງງານ ເຄເເອນບີ ເຟີນີເຈີ ອອກແບບ ຫຼື ສ້າງສິນຄ້າໃຫ້ ພວກເຮົາກໍ່ມີຄວາມຍິນດີ ອອກແບບຕາມລູກຄ້າຕ້ອງການ ເຊິ່ງຮັບຮອງວ່າ ພວກເຮົານຳໃຊ້ໄມ້ ໃຫ້ເກີດຄຸນຄ່າເຂົ້າໃນຂະບວນການຜະລິດ, ນຳໃຊ້ເຄື່ອງມືທີ່ທັນສະໄໝ, ອອກແບບຜະລິດຕະພັນຕ່າງໆມາ ເພື່ອຕອບສະໜອງການຊົມໃຊ້ໃນວຽກງານຕົວຈິງ ບໍ່ວ່າຈະເປັນ ໂຕະຕັ່ງຮັບແຂກ ທີ່ປະສົມປະສານກັບຜະລິດຕະພັນອື່ນໆໄດ້ຢ່າງລົງໂຕ, ຕູ້ໃສ້ເສື້ອຜ້າ, ຕູ້ແຕ່ງໂຕ, ຊັ້ນວາງເຄື່ອງ, ຕຽງນອນ, ຜະລິດຕະພັນປະກອບໂຄມໄຟໃນຫ້ອງນອນ ແລະ ສິນຄ້າອື່ນໆ.
Editor: ຕະວັນ ແສງສະຫວັນ