ໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຈັດພິທີເຜີຍແຜ່ຄວາມເປັນຈິງກ່ຽວກັບ ເສັ້ນຊາຍແດນ ລະຫວ່າງ ລາວ ແລະ ກຳປູເຈຍ ໂດຍການເປັນປະທານຂອງທ່ານ ຄຳເພົ່າ ທອງເທພາຮັກ ເຈົ້າເມືອງບົວລະພາ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະກອງບັນຊາການ, ທະຫານ, ຕຳຫລວດ ບັນດາຫົວໜ້າໜ່ວຍງານ ຂອງຫ້ອງການ ທຸກຂະແໜງການທົ່ວເມືອງ ເຂົ້າຮ່ວມ.
ເພື່ອປະຕິບັດຕາມ ຂໍ້ຕົກລົງຂອງເຈົ້າເມືອງໆບົວລະພາ ສະບັບເລກທີ່ 364/ຈມ.ບພ, ລົງວັນທີ 9 ກັນຍາ 2015 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ວຽກງານຫ້ອງວ່າການປົກຄອງເມືອງ, ໃນພິທີ ທ່ານ ຄໍາເພົ່າ ທອງເທພາຮັກ ເຈົ້າເມືອງບົວລະພາ ກໍ່ໄດ້ເຜີຍແຜ່ ເອກະສານຄວາມເປັນຈິງກ່ຽວກັບ ເສັ້ນຊາຍແດນ ລະຫວ່າງ ລາວ ແລະ ກຳປູເຈຍ ທຸກຂັ້ນຕອນ ຢ່າງລະອຽດ ເຊິ່ງໃນນັ້ນ ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງ ຄວາມສາມະຄີ ຮັກແພງ ເຊິ່ງກັນ ແລະ ກັນ ລະຫວ່າງ 2 ປະເທດ ກໍ່ຄືປະເທດ ສປປ ລາວ ແລະ ປະເທດ ກຳປູເຈຍ ໃນໄລຍະຜ່ານມາ ຈົນເຖິງປະຈຸບັນ. ພາຍຫລັງ ສຳເລັດ ພິທີດັ່ງກ່າວແລ້ວ ທ່ານຍັງໄດ້ສະເໜີໃຫ້ ບັນດາຂະແໜງການ, ຫ້ອງການຕ່າງໆ ທຸກຫ້ອງການ ຕ້ອງໄດ້ນຳເອົາ ເອກະສານຄວາມເປັນຈິງກ່ຽວກັບ ເສັ້ນຊາຍແດນ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ໄປເຜີຍແຜ່ໃຫ້ກັບບັນດາພະນັກງານ, ວິຊາການ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ເພື່ອນຳໄປເຜີຍແຜ່ ລົງຂັ້ນຮາກຖານ ເພື່ອເຮັດໃຫ້ ບັນດາພໍ່ແມ່ ປະຊາຊົນບັນດາເຜົ່າ ພາຍໃນເມືອງ ໄດ້ຮັບຮູ້ກ່ຽວກັບ ວຽກງານດັ່ງກ່າວ ຢ່າງທົ່ວເຖິງ.
Editor: ນັກຂ່າວເມືອງບົວລະພາ