ພິທີມອບ-ຮັບ ແລະ ເປີດການນຳໃຊ້ບ້ານຈັດສັນທັງ 3 ບ້ານຂອງເມືອງຫີນເຫີບ ແຂວງວຽງຈັນ ຄື: ບ້ານຫີນເຫີບເໜືອ, ບ້ານຫີນເຫີບໃຕ້ ແລະ ບ້ານວຽງທອງ ທີ່ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້ານ້ຳລີກ1 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ພຶດສະພາ 2018 ຜ່ານມນີ້, ຢູ່ທີບ້ານຈັດສັນຫີນເຫີບເໜືອ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດແຂວງວຽງຈັນ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ 3 ບ້ານດັ່ງກ່າວເຂົ້າຮ່ວມ.
ທ່ານ ພິພັດພົງ ຈັນດີ ຜູ້ອຳນວຍການບໍລິສັດ ໄຟຟ້ານ້ຳລີກ1 ໄດ້ມີຄຳເຫັນ ແລະ ກ່າວມອບບ້ານຈັດສັນວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳລີກ1 ໄດ້ຮັບສັນຍາສຳປະທານ 30 ປີ ຈາກລັດຖະບານລາວ ເລີ່ມແຕ່ເດືອນກຸມພາ ປີ 2013 ຮອດ ປີ 2044 ແລະ ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ ແຕ່ວັນທີ 15 ສິງຫາ 2013. ທາງໂຄງການໄດ້ມີການກໍ່ສ້າງຕາມແຜນງານທີ່ໄດ້ກຳນົດ ແລະ ມີການຊົດເຊີຍ ແລະ ຍົກຍ້າຍຈັດສັນປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ 10 ບ້ານລວມມີ 489 ຄອບຄົວ, ໂດຍມີ 3 ບ້ານໃນ 112 ຄອບຄົວທີ່ຕ້ອງໄດ້ຍົກຍ້າຍໄປຢູ່ເຮືອນຫຼັງໃໝ່ ທີ່ໂຄງການໄດ້ກໍ່ສ້າງໃຫ້ ແລະ 38 ຄອບຄົວທີ່ຕ້ອງການຄ່າຊົດເຊີຍຄ່າເຮືອນແທນການຍົກຍ້າຍສຳເລັດແລ້ວ ໃນເດືອນມີນາ 2018 ແລະ ປະຈຸບັນກຳລັງດຳເນີນການຟື້ນຟູອາຊີບໃຫ້ແກ່ປະຊາຊົນ 112 ຄອບຄົວ ທີ່ໄດ້ຮັບຜົນກະທົບເປັນຕົ້ນແມ່ນ ໄດ້ຕອບສະໜອງ ແລະ ຝຶກອົບຮົມການປູກຝັງ-ລ້ຽງສັດ, ການຫັດຖະກໍາ ແລະ ອື່ນໆ, ພ້ອມທັງໄດ້ມອບເງິນ ໃຫ້ທັງ 3 ບ້ານ ເພຶ່ອສູດບ້ານໃໝ່ຕາມຮີດຄອງປະເພນີຕື່ມອີກ.
ທ່ານ ອຸດົງ ວົງສະຫວາດ ກຳມະການພັກແຂວງ,ເລຂາພັກເມືອງ,ເຈົ້າເມືອງໆຫີນເຫີບ ໄດ້ມີຄຳເຫັນ ແລະ ກ່າວຮັບບ້ານຈັດສັນ ວ່າ: ໃນໄລຍະຜ່ານມາເຫັນວ່າ ຜູ້ພັດທະນາໂຄງການໄດ້ເອົາໃຈໃສ່ຢ່າງຈິງຈັງເປັນຕົ້ນແມ່ນ ການເກັບກຳຂ້ໍມູນຜົນກະທົບທັງໝົດ, ການຈັດສັນເນື້ອທີ່ດິນທີ່ຢູ່ອາໃສ່ ແລະ ກໍ່ສ້າງເຮືອນໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈຳນວນ 112 ຫຼັງ ໃນ 3 ບ້ານ, ພ້ອມນີ້ ທາງໂຄງການຍັງໄດ້ຈ່າຍຄ່າຊົດເຊີຍຊັບສິນຕ່າງໆຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈຳນວນ 489 ຄອບຄົວ ລວມມູນຄ່າທັງໝົດ 35 ຕື້ກວ່າກີບ, ທາງໂຄງການຍັງໄດ້ພັດທະນາພື້ນຖານໂຄງລ່າງເປັນຕົ້ນແມ່ນ ການກໍ່ສ້າງທາງປູຢາງເຂົ້າບ້ານຈັດສັນ ທັງ 3 ບ້ານ, ຕິດຕັ້ງໄຟຟ້າ, ນ້ຳປະປາ, ກໍ່ສ້າງໂຮງຮຽນປະຖົມຫຼັງໃໝ່ຢູ່ບ້ານຫີນເຫີບເໜືອ, ຍົກລະດັບຂົວນ້ຳແສດ ແລະ ຍົກລະດັບທາງນ້ຳຖ້ວມ 6 ຈຸດເຫັນວ່າວຽກງານພື້ນຖານໂຄງລ່າງຖືວ່າສຳເລັດ 100%.
Editor: ນັກຂ່າວແຂວງວຽງຈັນ