ໃນທ້າຍອາທິດທີ່ຜ່ານມານີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານນາກຶນ, ບ້ານບວມພໍ ແລະ ບ້ານວຽງສະໄໝ ກຸ່ມທ່າບໍແກ້ວ ເພື່ອຊີ້ນຳວຽກງານຮອບດ້ານ ໂດຍມີອົງການປົກຄອງບ້ານ ແລະ ປະຊາຊົນ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ.
ໂອກາດດັ່ງກ່າວ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຈາກບັນດາອົງການປົກຄອງບ້ານຈຳນວນ 3 ບ້ານ ເຊິ່ງໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນພາຍໃຕ້ການຊີ້ນຳ-ນຳພາ ໂດຍສະເພາະແມ່ນການຕີລາຄາຄືນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ 3 ຂອງເມືອງ ມະຕິກອງປະຊຸມໃຫຍ່ບ້ານ, ໃນນີ້ ໄດ້ເອົາໃຈໃສ່ ເຄື່ອນໄຫວວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງເປັນປົກກະຕິ ໂດຍຕິດພັນກັບການຊຸກຍູ້ສົ່ງເສີມ ໃຫ້ແກ່ການຜະລິດເປັນສິນຄ້າຂອງປະຊາຊົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ພື້ນຖານໂຄງລ່າງໄດ້ຮັບການພັດທະນາເທື່ອລະກ້າວ ພ້ອມດຽວກັນນີ້ ຍັງຮັບຟັງການສະເໜີໃຫ້ມີການສ້ອມແປງເສັ້ນທາງ ເພາະປັດຈຸບັນພົບຄວາມຫຍຸ້ງຍາກໃນການສັນຈອນ.
ພ້ອມດຽວກັນນັ້ນ ທ່ານເຈົ້າເມືອງ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ອົງການປົກຄອງບ້ານ ກໍຄືປະຊາຊົນ ໃຫ້ສືບຕໍ່ນໍາພາ, ພັດທະນາ ກຸ່ມທ່າບໍແກ້ວ ໃຫ້ມີການພັດທະນາ ຢ່າງຮອບດ້ານ, ເອົາໃຈໃສ່ຜະລິດສິນຄ້າຢ່າງເປັນຂະບວນ ຕິດພັນກັບການອະນຸລັກສິງແວດລ້ອມໃຫ້ຍືນຍົງ ແລະ ພ້ອມກັນເປັນເຈົ້າການໃນການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ເພື່ອໃຫ້ບ້ານມີຄວາມສະຫງົບດີໂດຍພື້ນຖານ.
Editor: ນັກຂ່າວເມືອງພູຄູນ