ພະແນກກວດກາ ແລະ ຄວບຄຸມຢາເສບຕິດຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງຊຽງຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ-ຄວບຄຸມຢາເສບຕິດ ປະຈຳປີ 2017 ແລະ ວາງທິດທາງແຜນການສົກປີ 2018 ຂື້ນໃນວັນທີ 9 ພຶດສະພາ 2018 ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງຊຽງຂວາງ ໃຫ້ກຽດເປັນປະທານໂດຍທ່ານ ພັນໂທ ຄຳເພັດ ສໍສຳພັນໄຊ ຮອງກອງບັນຊາການ ປກສ ແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ, ມີຄະນະພັກ-ຄະນະພະແນກພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານພາຍໃນພະແນກກວດກາ - ຄວບຄຸມຢາເສບຕິດເຂົ້າຮ່ວມ.
ໃນທີ່ປະຊຸມທ່ານ ພັນໂທ ນາງ ວັນສົມ ພຸດທະວົງສີ ຫົວໜ້າພະແນກກວດກາ-ຄວບຄຸມຢາເສບຕິດໄດ້ຂື້ນຜ່ານບົດສະຫຼຸບວຽກງານກວດກາ-ຄວບຄຸມຢາເສບຕິດປະຈຳປີ 2017 ແລະ ວາງທິດທາງແຜນການສົກປີ 2018 ເຊີ່ງໃນບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະ 1 ປີຜ່ານມາເຊີ່ງຄະນະພະແນກໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບເປັນປະຈຳ ພ້ອມທັງ ໄດ້ຮັບການໄກ້ສິດຕິດແທດຊີ້ນຳ, ບັນຊາ, ຊຸກຍູ້ສົ່ງເສີມ ເຮັດໃຫ້ພະນັກງານນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງຕັ້ງໜ້າປະຕິບັດວຽກງານວິຊາສະເພາະ ແກ້ໄຂບັ້ນຫາມົວສຸມຢາເສບຕິດ ເຊີ່ງບັນຫາດັ່ງກ່າວໄດ້ເປັນຕົ້ນເຫດຂອງອາຊະຍະກຳຕ່າງໆ ເຊັ່ນ: ຂີ້ລັກ, ງັດແງະ, ປຸ້ນຈີ້ຊີງຊັບ, ອາລະວາດຕີກັນ, ແລ່ນລົດໄວໃຊ້ສຽງດັງ, ຫຼີ້ນກີນຟຸມເຟືອຍ ແລະ ອື່ນໆ ເຊີ່ງບັນຫາດັ່ງກ່າວ ທັງພະແນກກໍ່ໄດ້ສຸມໃສ່ແກ້ໄຂບັນດາຈຸຫຼໍ່ແຫຼມມົວສຸມຢາເສບຕິດ ຢູ່ເທດສະບານແຂວງ ເຊີ່ງພົບເຫັນຜູ້ເສບ ຢາເສບຕິດ ທັງໝົດ 2143 ຄົນ ຍີງ 307 ຄົນ ໃນນັ້ນ ໄດ້ນຳເຂົ້າບຳບັດ 152 ຄົນ ຍີງ 3 ຄົນ ແລະ ໄດ້ລົງເກັບກໍາສະຖິຕິ ແລະ ທໍາລາຍສວນປູກຝິ່ນຂອງປະຊາຊົນ ໄດ້ທັງໝົດ 262 ຕອນ ເນື້ອທີ່ 46,406 ເຮັກຕ່າ ພ້ອມດຽວກັນນີ້ ຍັງໄດ້ສ້າງໂຄງຮ່າງການຈັດຕັ້ງກອງທືນກວດກາ ແລະ ຄວບຄຸມຢາເສບຕິດ, ສະກັດກັ້ນ - ຕ້ານຢາເສບຕິດສໍາເລັດ ແລະ ສົມທົບກັບພະແນກຍຸຕິທໍາ ເຕົ້າໂຮມເງີນເຂົ້າກອງທືນໄດ້ທັງໝົດ 104.133,000 ກີບ (ໜື່ງຮ້ອຍສີ່ລ້ານ ໜື່ງແສນສາມສິບສາມພັນກີບ).
ໃນໂອກາດດຽວກັນນີ້ ທ່ານ ຄຳແສນ ມະນີວົງ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະພະແນກທຸກສະຫາຍຈົ່ງພ້ອມກັນສືບຕໍ່ປັບປຸງແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນ ການມົວສຸມຢາເສບຕິດຕາມສະ
ຖານທີ່ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ ເພື່ອເຮັດໃຫ້ບ້ານເມືອງມີຄວາມເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມສະຫງົບສຸກ, ສືບຕໍ່ປັບປຸງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງມີຄວາມສໍານິສໍານານໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມກ້າວໜ້າຂື້ນເລື້ອຍໆ.
Editor: ຕະວັນ ແສງສະຫວັນ