ໃນວັນທີ 10 ພຶດສະພາ 2018 ທີ່ຜ່ານມາ ຢູ່ທີ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຈັດປາຖະກາຖາ ເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 132 ປີ ໂດຍການເປັນປະທານຂອງ ທ່ານ ຄຳແກ້ວ ໄຊຍະລາດ ປະທານສະຫະພັນກໍາມະບານເມືອງ, ທ່ານ ທອງສຸກ ຫັດຕະນາກ ປະທານກວດກາພັກ-ລັດເມືອງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ປະທານ, ຮອງປະທານໜ່ວຍກໍາມະບານຮາກຖານ ແລະ ສະມາຊິກກຳມະບານເຂົ້າຮ່ວມ ຈຳນວນ 125 ທ່ານ, ຍິງ 65 ທ່ານ.
ເພື່ອປະຕິບັດຕາມແຈ້ງການແນະນຳຂອງ ປະທານສະຫະພັນກຳມະບານແຂວງ ສະບັບເລກທີ 321/ສກຂ,ຄມ ລົງວັນທີ 6/4/2018 ວ່າດ້ວຍ ການສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 132 ປີ, ໃນພິທີ ທ່ານ ທອງສຸກ ຫັດຕະນາກ ປະທານກວດກາພັກ-ລັດເມືອງ ກໍ່ໄດ້ຜ່ານເອກະສານ ປະຫວັດແຫ່ງການກຳເນີດ, ການເຕີບໃຫ່ຍຂອງຊົນຊັ້ນກໍາມະກອນ ແລະ ພາລະກິດປະຫວັດສາດ ຂອງຂະບວນການກຳມະກອນສາກົນ ຢ່າງລະອຽດ ແລະ ທ່ານຍັງໄດ້ເນັ້ນໜັກຕື່ມ ກ່ຽວກັບສິດ, ພາລະບົດບາດ ແລະ ໜ້າທີ່ ຂອງກໍາມະກອນຊາວຜູ້ອອກແຮງງານ ແລະ ການໃຊ້ແຮງງານກໍ່ຕ້ອງໃຫ້ຖືກຕ້ອງຕາມກົດໝາຍ, ພ້ອມກັນນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ ເພີ່ມທະວີ ປັບປຸງ ສະມາຊິກກຳມະບານ, ສະມາຊິກກອງທຶນຕ່າງໆໃຫ້ກ້ວາງຂວາງ ແລະ ທົ່ວເຖິງ ໃນຂອບເຂດເມືອງຂອງຕົນ.
Editor: ນັກຂ່າວເມືອງບົວລະພາ