ກອງປະຊຸມແລກປ່ຽນສະພາບການຈັດຕັ້ງປະຕິບັດວຽກງານສັນຕິບານ ລະຫວ່າງ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງ ຄໍາມ່ວນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 9 ພືດສະພາ 2018 ນີ້ ຢູ່ທີ່ຫ້ອງປະຊຸມນ້ອຍກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງທ່ານ ພັນໂທ ຜາຂົງ ດອກມະນີຈັນ ປະທານກວດກາອົງຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີທ່ານ ພັນໂທ ຄໍາພອນ ສີກຸມພົນ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ມີບັນດາຄະນະຫ້ອງສັນຕິບານ, ຫົວໜ້າກອງບັນຊາການ ປກສ ເມືອງ , ຫົວໜ້າພະແນກ, ຮອງພະແນກ, ພາກສ່ວນທີ່ກ່ຽວຂ້ອງທັງ 2 ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.
ໃນທີ່ປະຊຸມ ທັງສອງຝ່າຍ ໄດ້ພັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານສັນຕິບານ ກໍ່ຄືວຽກປ້ອງກັນຄວາມສະຫງົບ ໄລຍະ 1 ປີຜ່ານມາ ເຊີ່ງຍາດໄດ້ມາຜົນງານໃນຫຼາຍດ້ານ ເຊັ່ນ: ເຮັດບົດສະຫຼຸບລາຍງານສະພາບໃຫ້ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ກະຊວງໄດ້ 1.514 ຄັ້ງ, ກວດກາເອກະສານຂໍຂື້ນທະບຽນອາວຸດຂອງພະນັກງານ ແລະ ນັກທຸລະກິດໄດ້ 72 ຊຸດ, ກວດກາເອກະສານເຂົ້າພັກ ໄດ້ 682 ສະບັບ, ປ້ອງກັນຜູ້ນຳພັກ-ລັດ, ຂັ້ນສູນກາງ, ຂັ້ນແຂວງ , ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ 62 ຄັ້ງ, ລົງແກ້ໄຂບັນຫາສາສະໜາ ໄດ້ 12 ຄັ້ງ, ໃນ 1 ປີຜ່ານມາມີຄະດີເກີດຂື້ນ ທັງໝົດ 34 ລາຍ, ຜູ້ຖືກຫາ 47 ຄົນ, ຍິງ 6 ຄົນ, ລວມມີ 3 ສັນຊາດ. ສົ່ງໄອຍະການສັ່ງຟ້ອງສານຕັດສີນຈໍານວນ 11 ລາຍ, ຜູ້ຖືກຫາ 13 ຄົນ, ຍິງ 2 ຄົນ, ຈັດສົ່ງຜູ້ຖືກຫາກັບຄືນປະເທດໄດ້ 5 ຄັ້ງ, ຜູ້ຖືກຫາ 6 ຄົນ. ເກັບກາໍສະຖິຕິເຄືອຂ່າຍອີນເຕີເນັດ ແລະ ຂໍ້ມູນຂ່າວສານທາງອີນເຕີເນັດໄດ້ 1.560 ຄັ້ງ, ໄດ້ສົມທົບກັບກໍາລັງປ້ອງກັນຊາດເກັບກູ້ອາວຸດຢູ່ເທດສະບານເມືອງວຽງທອງ ໄດ້ຈໍານວນ 410 ກະບອກ, ຂື້ນບັນຊີ ແລະ ຄຸ້ມຄອງອາວຸດເສີກຕາມສໍານັກງານ-ອົງການຕ່າງໆ ຈໍານວນ 769 ກະບອກ,ເກັບກຳສະຖິຕິມົ້ງຫວຽດນາມອົບພະຍົບມາຢູ່ແຂວງບໍລິຄໍາໄຊ ແລະ ຄໍາມ່ວນ ຈໍານວນ 622 ຄອບຄົວ, ມີ 4.234 ຄົນ, ຍິງ 2.064 ຄົນ, ເກັບກໍາສະຖິຕິຄົນຕ່າງປະເທດເຂົ້າມາດໍາເນີນທຸລະກິດ ແລະ ປະກອບອາຊີບຕ່າງໆຢູ່ແຂວງບໍລິຄໍາໄຊ ແລະ ຄໍາມ່ວນ ຈໍານວນ 5.539 ຄົນ, ຍິງ 834 ຄົນ, ມີ 25 ສັນຊາດ, ອອກບັດອະນຸຍາດພັກເຊົາຊົ່ວຄາວໃຫ້ຄົນຕ່າງປະເທດໄດ້ 3.739 ຄົນ, ຍິງ 525 ຄົນ, ອອກບັດປັບສະຖານະພາບ ໄດ້ 1.725 ຄົນ. ຍິງ 113 ຄົນ, ສຳລະສະສາງ 1.254 ຄົນ, ຍິງ 435 ຄົນ, ອອກປື້ມຜ່ານແດນໄປໄທ ແລະ ຫວຽດນາມ ໄດ້ 1.588 ຫົວ, ຕໍ່ປື້ມຜ່ານແດນໄດ້ 2.835 ຫົວ, ເກັບກຳສະຖິຕິຄົນເຂົ້າ-ອອກເມືອງ ຈຳນວນ 423.322 ຄົນ, ຍິງ 205.352 ຄົນ,ເດັກ 9.823 ຄົນ, ພາຫະນະເຂົ້າ-ອອກເມືອງ ທັງໝົດ 257.922 ຄັນ, ເຮືອເຂົ້າ-ອອກ 9.479 ຖ້ຽວລຳ, ຂື້ນສະຖິຕິ ແລະ ຄຸ້ມຄອງບັນດາໂຄງການລົງທືນຕ່າງໆພາຍໃນມີ 341 ບໍລິສັດ, ໂຄງການລົງທືນຕ່າງປະເທດ 432 ບໍລິສັດ, ໄດ້ສົມທົບກັບອໍານາດການປົກຄອງເມືອງລົງແກ້ໄຂບັນຫາການຕັ້ງສະນໍາໄດ້ 38 ຄັ້ງ, ເອົາໃຈໃສ່ຄຸ້ມຄອງບັນດາໂຮງແຮມ, ບ້ານພັກ ແລະ ສະຖານທີ່ບັນເທິງຢ່າງເປັນປົກກະຕິ, ເກັບກຳສະຖິຕິນັກທ່ອງທ່ຽວ ແລະ ແຂກທີ່ມາພັກເຊົາ ທັງໝົດ 9.372 ຄົນ, ຍິງ 1.651 ຄົນ.
ສ່ວນວຽກງານດ້ານອື່ນໆກໍ່ສາມາດເຮັດສໍາເລັດຢ່າງມີປະສິດທິຜົນ, ບັນດາຜູ້ແທນກອງປະຊຸມກໍ່ໄດ້ປະກອບຄໍາຄິດຄຳເຫັນຕໍ່ບົດລາຍງານ ແລະ ບົດບັນທືກຊ່ວຍຈໍາ ເພື່ອເປັນເອກະພາບກັນ, ຫຼັງຈາກນັ້ນ ທັງສອງຝ່າຍກກໍ່ໄດ້ລົງນາມເຊັ່ນບົດບັນທືກຊ່ວຍຈໍາ ເພື່ອຮັກສາໄວ້ເປັນຫຼັກຖານ ແລະ ພ້ອມກັນນໍາໄປຈັດຕັ້ງເຄື່ອນໄຫວວຽກງານສັນຕິບານກໍ່ຄືວຽກງານປ້ອງກັນຄວາມສະຫງົບຢູ່ແຕ່ລະທ້ອງຖິ່ນຂອງຕົນໃຫ້ມີປະສິດທິຜົນສູງ ແນ່ໃສ່ເຮັດໃຫ້ທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພດີ ແລະ ແຕ່ລະປີທັງ 2 ກອງບັນຊາການ ກໍ່ຈະໄດ້ພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມ ຖອດຖອນ ແລະ ແລກປ່ຽນບົດຮຽນ ຢ່າງເປັນປະຈໍາໃນທຸກໆປີ. ກອງປະຊຸມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກຄະນະປະທານ ຕື່ມອີກ.
Editor: ຕະວັນ ແສງສະຫວັນ