ກອງປະຊຸມ ແລກປຽນຖອດຖອນບົດຮຽນກ່ຽວກັບວຽກງານແມ່ຍິງຮອບດ້ານ ລະຫວ່າງ ຄະນະບໍລິຫານສະຫະພັນແມ່ຍິງເມືອງຊະນະສົມບູນ ກັບ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງປາກເຊ ແມ່ນໄດ້ຈັດຂື້ນຢ່າງເປັນທາງການ. ໃນວັນທີ 11 ພຶດສາພາ2018 ທີ່ຜ່ານມານີ້. ຢູ່ທີ່ຫ້ອງປະຊຸມວ່າການປົກຄອງເມືງຊະນະສົມບູນ, ເຊີ່ງພາຍໃຕ້ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄພວັນ ຈອມຈັນຕາ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີ ທ່ານນາງ ບົວຄໍາ ເສດຖາວັນໄຊ ຮອງປະທານສະຫະພັນແມ່ຍິງແຂວງຈຳປາສັກ, ມີຄະນະບໍລິຫານງານ ແລະ ໜ່ວຍສະຫະພັນແມ່ຍິງຈາກ 2 ຕົວເມືອງເຂົ້າຮ່ວມ 34 ທ່ານ.
ໃນກອງປະຊຸມຄັ້ງນີ້: ທ່ານນາງ ກຸຫຼາບ ວັນນະລາດ ກຳມະການພັກເມືອງ ປະມານສະຫະພັນແມ່ຍິງເມືອງຊະນະສົມບູນ ແລະ ທ່ານ ນາງ ແສງເດືອນ ສີຫາວົງ ຮອງປະທານສະຫະພັນແມ່ຍິງເມືອງປາກເຊ ທັງສອງຕ່າງກໍ່ໃຫ້ກຽດພັດປ່ຽນຂື້ນລາຍງານ,ສະພາບ,ເງື່ອນໄຂ,ຈຸດພິເສດ,ຂອບເຂດ ແລະ ທີ່ຕັ້ງພາຍໃນເມືອງຂອງຕົນໂດຍຫຍໍ້ ແລະ ສະພາບລວມຂອງການເຄື່ອນໄຫວ,ຈັດຕັ້ງປະຕິວຽກງານແມ່ຍິງຮອບດ້ານອິກດ້ວຍ ເຊີ່ງໄດ້ຍົງໃຫ້ເຫັນດ້ານດີ,ດ້ານອ່ອນ ແລະ ດ້ານຕັ້ງໜ້າທີ່ຈະຕ້ອງພ້ອມກັນສຶບຕໍ່ປັບປຸງແກ້ໄຂ ແລະ ຜັນຂະຫຍາຍໄປຕາມພາລະບົດບາດ, ສິດ ແລະ ໜ້າທີ່ກໍານົດໄວ້.
ທ່ານນາງ ກຸຫຼາບ ວັນນະລາດ ປະທານສະຫະພັນແມ່ຍິງເມືອງ ບອກວ່າ: ຈຸດປະສົງໃນການເປີດກອງປະຊຸມເພື່ອແລກປ່ຽນຖອດຖອນບົດຮຽນຮ້ອບດ້ານ ລະຫວ່າງ ຄະນະບໍລິຫານງານສະພັນແມ່ຍິງ 2 ຕົວຄັ້ງນີ້: ກໍ່ເພື່ອເປັນການສ້າງຜົນງານຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເວົ້າລວມກໍ່ຄື: ຮັບຕ້ອນກອງປະຊຸມໃຫ່ຍຄະນະບໍລິຫານງານສະຫະພັນແມ່ຍິງເມືອງຊະນະສົມບູນ ຄັ້ງທີ່ 7 ທີ່ຈະໄດ້ເປີດຂື້ນໃນຕໍ່ໜ້ານີ້, ໃຫ້ເຕັມໄປດ້ວຍຜົນສໍາເລັດຢ່າງຈົບງາມ.ນອກຈາກນັ້ນຍັງເປັນການຜູກແໜ້ນຄວາມສາມັກຄີຮັກແພງເຊີ່ງກັນ ແລະ ກັນ ຂອງເອື້ອຍ, ນ້ອງ ຄະນະບໍລິຫານສະຫະພັນແມ່ຍິງ, ໜ່ວຍສະຫະພັນຍິງ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງເມືອງຊະນະສົມບູນ ກັບ ເມືອງປາກເຊ ໃຫ້ມີຄວາມໜັກແໜ້ນ.ເພື່ອປະກອບເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ເວົ້າສະເພາະກໍ່ຄືຄຳສັ່ງແນະນຳຕ່າງໆທີ່ສູນກາງສະຫະພັນແມ່ຍິງລາວ,ແຂວງ ແລະ ເມືອງວາງໄວ້ໃຫ້ປະກົດຜົນເປັນຈິ່ງ.
Editor: ກຳປານາດ ລັດຖະເຮົ້າ