ເພື່ອເປັນການຊ່ວຍເຫຼືອໃຫ້ກັບຄອບຄົວຜູ້ທີ່ຖືກເຄາະຮ້າຍຈາກ ອັກຄີໄພ ( ໄຟໄໝ້) ຢູ່ ບ້ານສັນແຟນ, ເມືອງຄຳ, ແຂວງຊຽງຂວາງ, ໃຫ້ທ່ວງທັນສະພາບການ ແລະ ເພື່ອແນໃສ່ປະກອບສ່ວນຊ່ວຍເຫຼືອທາງສັງຄົມໃຫ້ມີປະສິດທິພາບສູງ. ໃນວັນທີ 12 ພຶດສະພາ 2018 ຜ່ານມານີ້, ທີ່ ຫ້ອງວ່າການປົກຄອງແຂວງຊຽງຂວາງ, ໄດ້ມີພິທີມອບ-ຮັບເງິນ ຊ່ວຍເຫຼືອສົງເຄາະ, ຄອບຄົວຜູ້ທີ່ຖືກເຄາະຮ້າຍຈາກ ອັກຄີໄພ (ໄຟໄໝ້) ເພື່ອນຳໄປຊື້ວັດຖຸອຸບປະກອນ ໃນນັ້ນລວມມີ: ສັງກະສີ ຈໍານວນ 1,700 ແຜ່ນ, ເຫຼັກຕະປູ 530 ກິໂລ, ເຂົ້າສານ 3,840 ກິໂລ, ລວມເປັນເງິນທັງໝົດ 90.850.000 ( ເກົ້າສິບລ້ານ ແປດແສນ ຫ້າສິບພັນກີບ ) ແລະ ເຄື່ອງໃຊ້ຄົວເຮືອນ ຈໍານວນ 32 ຊຸດ, ກ່າວມອບໂດຍແມ່ນ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ແລະ ຜູ້ກ່າວຮັບໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງ ແຂວງຊຽງຂວາງ ແລະ ທັງເປັນປະທານຄະນະກໍາມະການໄພພິບັດ ຂັ້ນແຂວງ ພ້ອມດວ້ຍຄະນະທັງສອງຝາຍເຂົ້າຮ່ວມ.
ພ້ອມ ກັນນີ້ ທ່ານ ຮອງລັັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການ-ສັງຄົມ ຍັງເຊີນຊວນມາຍັງ ບັນດາການຈັດຕັ້ງ ພາກລັດ, ເອກະຊົນ, ບັນດາທຸລະກິດ ຫ້າງຮ້ານ, ບັນດາຊັ້ນຄົນ ແລະ ອົງການຈັດຕັ້ງໃນສັງຄົມຜູ້ມີ ກຳລັງຊັບ, ມີວັດຖຸສາມາດປະກອບສ່ວນຊ່ວຍເຫຼືອພໍ່ແມ່ ປະຊາຊົນທີ່ພວມຫຍຸ້ງຍາກ ສັບສົນທີ່ສຸດໃນປັດຈຸບັນ; ບັນດາ ທ່ານ ຫຼື ບັນດາພາກສ່ວນ ຕ່າງໆສາມາດພົວພັນໂດຍກົງ ຫາ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ. ເບີໂທ: 021 213005, 222776 ຫຼື 020 55521811, 22225185
Editor: ກຳປານາດ ລັດຖະເຮົ້າ