ໃນທິດຜ່ານມາ, ຢູ່ທີ່ເມືອງເຊໂປນ ທ່ານ ບຸນຫລາຍ ຈັນທະວິໄລ ຫົວໜ້າກອງທຶນຫລຸດຜ່ອນຄວາມທຸກຍາກປະຈໍາເມືອງເຊໂປນ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ໄດ້ນໍາພາຄະນະຜູ້ຕາງໜ້າແຕ່ລະກະຊວງ ນໍາໂດຍ ທ່ານ ສີສະຫວັດ ເກີດກອງ ຮອງຜູ້ອໍານວຍການບໍລິຫານກອງທຶນຫລຸດຜ່ອນຄວາມທຸກຍາກ ພ້ອມທິມງານທີ່ມາຈາກສູນກາງ, ກະຊວງ ແລະ ແຂວງ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດກິດຈະກໍາວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກ ປະຈໍາເມືອງເຊໂປນ ຢູ່ທີ່ 2 ບ້ານເປົ້າໝາຍ ຄື: ບ້ານແກ້ງກິວ ຢ້ຽມຢາມກິດຈະກໍາຄອບຄົວຕົວແບບການລ້ຽງໄກ່ລາດ ລາຍຮັບສະເລ່ຍເດືອນໜຶ່ງ ປະມານ 3-5 ແສນກີບ, ກິດຈະກໍາກຸ່ມຕໍາຫູກ ມີສະມາຊີກ 25 ຄົນ, ຕໍາສີ້ນມີ່ ແລະ ຜ້າຕາລ່ອງ, ຜ້າບ່ຽງ ສະເລ່ຍຜູ້ໜຶ່ງ ສາມາດຕໍາໄດ້ ປະມານ 1 ຜືນຕໍ່ມື້, ຜຶນໜຶ່ງຍາວ ປະມານ 1,8ແມັດ, ຂາຍໃນລາຄາ 1 ຜືນ 7 ຫມື່ນກີບ, ຄິດສະເລ່ຍລາຍຮັບຜູ້ໜຶ່ງປະມານ 1-2 ລ້ານກີບຕໍ່ຄົນຕໍ່ເດືອນ, ກິດຈະກໍາການລ້ຽງໝູ ມີ 2 ຄອບຄົວ,ເພາະພັນຂາຍໝູນ້ອຍ 1-3 ເດືອນ ລາຄາ 1 ໂຕປະມານ 1-2 ແສນກີບ, ຈາກນັ້ນກໍ່ໄດ້ໄປຢ້ຽມຢາມກິດຈະກໍາຄອບຄົວຕົວແບບການລ້ຽງແບ້ ແລະ ຖັກຟອຍແຂມ ຂາຍ ຢູ່ທີ່ ບ້ານສະອີຕ້ອນ ເປັນກິດຈະກໍາທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ມີອາຊີບທີ່ໝັ້ນຄົງ ແລະ ໃນການລົງຢ້ຽມຢາມກິດຈະກໍາ ຢູ່ 2 ບ້ານເປົ້າໝາຍ ບັນດາຄະນະທິມງານທີ່ມາຈາກ ກະຊວງ, ແຂວງ ກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນເຈາະຈີ້ມບັນຫາຕ່າງໆນໍາປະຊາຊົນ ໃນການຈັດຕັ້ງປະຕິບັດວຽກຕົວຈິ່ງຢ່າງກົງໄປກົງມາ ເພື່ອຊອກຫາຊ່ອງທາງວີທີແກ້ໄຂປັບປຸງໃຫ້ດີຂື້ນກວ່າເກົ່າ ໂດຍສະເພາະການຊອກຫາຕະຫລາດຈໍາໜ່າຍສິນຄ້າ ໃຫ້ໄດ້ມາດຕະຖານສາກົນ,ເປັນການຊຸກຍູ້ ແລະ ສົ່ງເສີມການຜະລິດຂອງຊາວບ້ານໃຫ້ມີອາຊີບທີ່ຍືນຍົງ, ມີວຽກເຮັດງານທໍາ ມີລາຍໄດ້ເພີ່ມຂື້ນ, ມີຊິວິດການເປັນຢູ່ດີຂື້ນຫລຸດພົ້ນອອກຈາກຄວາມທຸກຍາກແຕ່ນີ້ຫາ 2020 ໂດຍພື້ນຖານ
ທີມຂ່າວ ຫ້ອງການ ຖວທ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ