ໂຄງຫລັງຄາ ພັດທະສິມມາວັດອົງຕື້ ເປັນໂຄງຫລັງຄາທີ່ເຮັດດ້ວຍໄມ້ເນື້ອແຂງ(ໄມ້ແຄນ) ແລະ ມຸງດ້ວຍດິນຂໍ, ດ້ວຍອາຍຸການນໍາໃຊ້ມາຍາວນານ 20 ກວ່າປີ, ປະຈຸບັນໂຄງຫລັງຄາດັ່ງກ່າວມີການຊຸດໂຊມເປເພ ແລະ ຊໍາລຸດ ຈໍານວນຫນຶ່ງ ເມື່ອເວລາຝົນຕົກເຮັດໃຫ້ນໍ້າຝົນຮົ່ວຊືມລົງມາໃສ່ເພດານດ້ານລຸ່ມ ເຮັດໃຫ້ມີນໍ້າອັ່ງ ແລະ ເປື້ອນເປີ ດັ່ງນັ້ນ ເຈົ້າອະທິການວັດອົງຕື້ ພ້ອມດ້ວຍອໍານາດການປົກຄອງບ້ານ ໄດ້ສົມທົບກັບ ກົມວິຈິດສິນ ແລະ ກົມມໍລະດົກ, ກະຊວງຖະແຫລງຂ່າວ- ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີການສໍາຫລວດດ້ານວິຊາການ, ຜ່ານການສໍາຫລວດ ເຫັນວ່າ: ໄມ້ໃນໂຄງຫລັງຄາ ມີບາງຈຸດໂດກ ແລະ ບາງຈຸດມີຮັງປວກ.
ດັ່ງນັ້ນຈິ່ງໄດ້ເປີດໂຄງການປະຕິສັງຂອນ ໂຄງຫລັງຄາພັດທະສິມມາວັດອົງຕື້ ມະຫາວິຫານ ຢ່າງເປັນທາງການ, ການປະຕິສັງຂອນໂຄງຫລັງຄາ ພັດທະສິມມາວັດອົງຕື້ ມະຫາວິຫານ ໄດ້ມີການປະຕິສັງຂອນມາແລ້ວ ເມື່ອ 20 ປີກ່ອນ, ເຊີ່ງການປະຕິສັງຂອນຄັ້ງນັ້ນ ແມ່ນໄດ້ໃຊ້ໄມ້ເກົ່າ ສະນັ້ນ, ຈີ່ງມີຄວາມຈໍາເປັນຕ້ອງໄດ້ຮັບການປະຕິສັງຂອນຄືນໃຫມ່ ເປັນຄັ້ງທີ 3 ໃນນີ້ ກົມມໍລະດົກ ໄດ້ສົມທົບກັບກົມວິຈິດສິນ ເປັນຜູ້ຊີນໍາທາງດ້ານເຕັກນິກ ແລະ ພະແນກ ຖວທ ນະຄອນຫລວງ ເປັນເຈົ້າຂອງໂຄງການ ແລະ ເພື່ອເຮັດໃຫ້ການປະຕິສັງຂອນ ໂຄງຫລັງຄາພັດທະສິມມາ ສໍາເລັດກ່ອນລະດູຝົນ ທີ່ຈະມາຮອດນີ້ ຂໍເຊີນຊວນບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດພໍ່ແມ່ປະຊາຊົນ, ຫົວຫນ່ວຍທຸລະກິດ ທີ່ມີຈິດໃຈໃສສັດທາ ປະກອບສ່ວນໃນການປະຕິສັງຂອນດັ່ງກ່າວ ເພື່ອພ້ອມກັນຮັກສາວັດຖຸ ທາງພຸດທະສາສະຫນາ ໃຫ້ມີຄວາມສວຍສົດງົດງາມ, ເປັນທີ່ເພີ່ງທາງດ້ານຈິດໃຈ ສຶບຕໍ່ໄປ.
Editor: ກຳປານາດ ລັດຖະເຮົ້າ