ເມື່ອບໍ່ດົນມານີ້, ຄະນະຜ້າປ່າສາມັກຄີ ນໍາໂດຍ ຍາທ່ານໃຫຍ່ ມະຫາງອນ ດໍາລົງບຸນ ປະທານ ສູນກາງອົງການພຸດທະສາສະຫນາສໍາພັນລາວ , ມີ ທ່ານນາງ ນາລີ ສີສຸລິດ ພັນລະຍາທ່ານນານົກລັດທະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະພາກສ່ວນຕ່າງໆທີ່ມາຈາກນະຄອນຫຼວງວຽງຈັນ, ການນຳແຂວງສະຫວັນນະເຂດ, ການນຳເມືອງ ໃນທົ່ວແຂວງ ແລະ ອອກຕົນຍາດໂຍມ ໄດ້ພ້ອມກັນຈັດກອງຜ້າປ່າສາມັກຄີຂື້ນ ເພື່ອທອດຖວາຍ ທີ່ວັດບ້ານທາດດອກແກ້ວ, ເມືອງອາດສະພອນ ແຂວງສະຫວັນນະເຂດ.
ພ້ອມກັນນີ້, ພາຍຫລັງສໍາເລັດທອດຖວາຍຜ້າປ່າແລ້ວ ທ່ານນາງ ນາລີ ສີສຸລິດ ພ້ອມຄະນະ ກໍ່ຍັງໄດ້ນຳເຄື່ອງຊ່ວຍເຫຼືອ ແລະ ເງິນສົດຈຳນວນໜຶ່ງ ໄປມອບໃຫ້ຄອບຄົວທຸກຍາກຈຳນວນ 77 ຄອບຄົວ ທີ່ບ້ານໂພນນາດີ ເມືອງອາດສະພອນ ຫລັງຈາກນັ້ນ, ຈິ່ງເດີນທາງກັບນະຄອນຫຼວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ