ໃນວັນທີ 11 ພຶດສະພາ 2018 ທີ່່ຜ່ານມາ, ທ່ານ ສຸປານີ ສີລິປຸນໂຍ ກໍາມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ພ້ອມດ້ວຍຄະນະການນໍາເມືອງປະທຸມພອນ ແຕ່ລະຂັ້ນ ຮ່ວມກັບໂຄງການຄຸ້ມຄອງ ແລະ ປົກປັກຮັກສາເຂດດີນ ບໍລິເວນຂົງເຂດແມ່ນໍ້າຂອງຕອນລຸ່ມ ( MRWP ) ໄດ້ເຄື່ອນໄຫວລົງສໍາຫຼວດເກັບກໍາຂໍ້ມູນຢູ່ພື້ນທີ່ເຂດດິນບໍລິເວນນໍ້າ ຣາມຊາ ບຶງກຽດໂງ້ງ ທີ່ຕັ້ງຢູ່ເມືອງດັ່ງກ່າວ. ການລົງສໍາຫຼວດຄັ້ງນີ້: ກໍ່ເພື່ອສຶກສາເຖິງແຜນການທີ່ຈະລິເລີ່ມໂຄງການກໍ່ສ້າງປະຕູກັກເກັບນໍ້າໄວ້ ໃຫ້ແກ່ການອະນຸລັກຟື້ນຟູ ປົກປ້ອງຮັກສາຊີວະນາໆພັນ ໃຫ້ມີຄວາມຍືນຍົງ ແລະ ເປັນການສົ່ງເສີມຂະຫຍາຍຕາໜ່າງການຄຸ້ມຄອງເງື່ອນໄຂທາງດ້ານສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວິດຢູ່ໃນນໍ້າ ລວມທັງບຳລຸງຮັກສາຄວາມດຸ່ນດ່ຽງ ທາງດ້ານນິເວດວິທະຍາ ສະເພາະເຂດດິນບໍລິເວນນໍ້າ ຣາມຊາ ບຶງກຽດໂງ້ງ ໃຫ້ໄດ້ຮັບການປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນແບບຍືນຍົງ ຄຽງຄູ່ກັບການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍຕິດພັນກັບການພັດທະນາການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍທາງດ້ານກິດຈະກໍາຕ່າງໆ ເພື່ອເຮັດໃຫ້ສະຖານທີ່ບຶງກຽດໂງງເປັນແຫຼ່ງທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມ ແລະ ສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້້າມາທ່ຽວຊົມໃຫ້ຫຼາຍຂຶ້ນກວ່າປີຜ່ານໆມາ.
ປະຈຸບັນໂຄງການດັ່ງກ່າວ ແມ່ນຈະໄດ້ເລີມດໍາເນີນການສໍາຫຼວດແຕ່ປີ 2018 ໄປຈົນຮອດ ປີ 2022 ໃຊ້ເວລາຢູ່ 5 ປີ, ຈຶ່ງຈະສໍາເລັດລົງ, ໂດຍໃຫ້ການສະໜັບສະໜູນຊ່ວຍເຫຼືອທຶນການສໍາຫຼວດຈາກລັດຖະບານປະເທດເຢຍລະມັນ.
ຂ່າວ-ພາບ ທີມຂ່າວ ຈາກຫ້ອງການ ຖວທ ເມືອງປະທຸມພອນ
Editor: ກຳປານາດ ລັດຖະເຮົ້າ