ທ່ານ ສຸລິວັນ ສະຫວັດທະສິນ ຄະນະປະຈໍາພັກແຂວງ ເຈົ້າເມືອງໆປາກເຊ ຮອງປະທານ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລວມ ໃນການກະກຽມປະກາດເມືອງປາກເຊ ເປັນນະຄອນ ໃຫ້ສໍາພາດໃນວັນທີ 10 ພຶດສະພາ 2018 ຜ່ານມານີ້ວ່າ: ພິທີປະກາດສ້າງຕັ້ງເມືອງປາກເຊ ແຂວງຈໍາປາສັກ ເປັນນະຄອນປາກເຊ ຈະໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 31 ພຶດສະພາ 2018 ຢູ່ທີ່ສະໜາມກິລາຫຼັກ 2. ເມື່ອກ້ອນກໍາລັງຕ່າງໆເຂົ້າສູ່ສະໜາມຮຽບຮ້ອຍແລ້ວ ກໍ່ຈະມີການສະແດງສິລະປະ, ການສະແດງບົດຟ້ອນສຽງແຄນລາວ ເປັນມໍລະດົກໂລກ, ບົດຟ້ອນຢ້ອນຍຸກ ຫຼື ບົດຟ້ອນລາວຮ່ວມສະໄໝ, ລໍາສີພັນດອນ. ພິທີປະກາດເມືອງປາກເຊ ເປັນນະຄອນຢ່າງເປັນທາງການ ເຊິ່ງຈະມີການຜ່ານປະຫວັດຄວາມເປັນມາຂອງເມືອງປາກເຊ ໂດຍຫຍໍ້ ແລະ ຜ່ານບົດລາຍງານການກະກຽມສ້າງເມືອງປາກເຊ ເປັນນະຄອນ, ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງນະຄອນປາກເຊ. ຕໍ່ມາກໍ່ແມ່ນຕາງໜ້າມວນຊົນຊາວເມືອງປາກເຊ ຂຶ້ນຜ່ານບົດສະແດງຄວາມດີໃຈ ທີ່ເມືອງປາກເຊ ຖືກປະກາດເປັນນະຄອນ. ພ້ອມທັງເຊີນຄະນະປະທານຂຶ້ນລັ່ນຄ້ອງໃຫຍ່ 9 ບາດ, ປ່ອຍນົກສັນຕິພາບ, ປ່ອຍປຸ່ມເປົ້າ ແລະ ຕັດແຖບຜ້າ ເປີດປ້າຍຈໍາລອງນະຄອນປາກເຊ ແລະ ໃນເວລານີ້ ກໍ່ຈະມີການຈູດດອກໄມ້ໄຟ, ຕີກອງ 9 ຄູ່ ພ້ອມທັງເຊີນຊວນມວນຊົນທີ່ເຂົ້າຮ່ວມພາກັນຕົບມືສະແດງຄວາມດີໃຈ 5 ນາທີ, ເພື່ອເຮັດໃຫ້ງານມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.
Editor: ກຳປານາດ ລັດຖະເຮົ້າ