ໃນວັນທີ 11 ພຶດສະພາ 2018 ທີ່ຜ່ານມາ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄວາມຄືບໜ້າຂອງໂຄງການກໍ່ສ້າງໂຮງໝໍມິດຕະພາບ ຢູ່ຖະໜົນໂພນຕ້ອງ, ບ້ານຈອມມະນີ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍຕອບຮັບການເຊີນຂອງ ກະຊວງສາທາລະນະສຸກ ແລະ ໃຫ້ກຽດຕ້ອນຮັບໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ.
ສຳລັບໂຮງໝໍແຫ່ງນີ້ແມ່ນຈະຂະຫຍາຍເປັນໂຮງໝໍມິດຕະພາບ ທີ່ທັນສະໄໝ ຂະໜາດ 308 ຕຽງ ເຊີ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນປີ 2016 ໃນເນື້ອທີ່ດິນ 20 ພັນເຮັກຕາ, ມີ 4 ຊັ້ນ ມີຫ້ອງກວດພະຍາດ, ຫ້ອງຜ່າຕັດ, ຫ້ອງນອນ ແລະ ອຸປະກອນການແພດອື່ນໆ ທີ່ໄດ້ມາດຕະຖານຂອງ ອີຢູ, ໂດຍນຳໃຊ້ເງິນກູ້ຢືມຈາກປະເທດ ໂອ ຕຣິດ, ປະຈຸບັນແມ່ນໃກ້ຈະສໍາເລັດ ແລະ ຄາດວ່າໃນເດືອນ ກໍລະກົດ ປີ 2018 ນີ້ ຈະເລີ່ມເປີດທົດລອງນຳໃຊ້.
ພາຍຫຼັງ ຮັບຟັງການລາຍງານກ່ຽວກັບໂຄງການທ່ານເຈົ້າຄອງ ກໍໄດ້ປະກອບຄຳເຫັນຊົມເຊີຍຕໍ່ໂຄງການດັ່ງກ່າວ ເພາະເປັນບາດກ້າວໃໝ່ດ້ານວຽກງານສາທາລະນະສຸກ ການບໍລິການ ແລະ ການປິ່ນປົວ, ເປັນໂຮງໝໍທັນສະໄໝທີ່ຄົບວົງຈອນໄດ້ມາດຕະຖານສາກົນແຫ່ງທຳອິດ ໃນ ສປປ ລາວ ແລະ ຍັງໄດ້ພິຈາລະນາຮັບເອົາຂໍ້ສະເໜີກ່ຽວກັບແຜນຜັງການກໍ່ສ້າງ ເສັ້ນທາງເຂົ້າສູ່ໂຮງໝໍດັ່ງກ່າວ ທີ່ມີໄລຍະທາງ 800 ແມັດ, ເພື່ອອໍານວຍຄວາມສະດວກໃນການໄປ-ມາ ເຊີ່ງໄດ້ມອບໃຫ້ພະແນກໂຍທາທິການ-ຂົນສົ່ງ ກວດກາສຳຫຼວດໃນຂັ້ນຕອນຕໍ່ໄປ.
ພ້ອມດ້ວຍກັນ, ຄະນະຮັບຜິດຊອບໂຄງການກໍ່ສ້າງໂຮງໝໍມິດຕະພາບ ກໍ່ຍັງຈະໄດ້ສືບຕໍ່ກວດກາໂຄງສ້າງຂອງຕຶກໂຮງໝໍມິດຕະພາບຫຼັງປັດຈຸບັນ ທີ່ໄດ້ຮັບການຊ່ວຍເຫຼືອຈາກອະດີດສະຫະພາບໂຊຫວຽດ ເພື່ອປັບປຸງບູລະນະຄືນໃໝ່ ເຊີ່ງທາງສະຖານທູດ ສາທາລະນະລັດ ສະຫະພັນ ຣັດເຊຍ ກຳລັງສຶກສາສຳຫຼວດໂຄງການຢູ່.
Editor: ກຳປານາດ ລັດຖະເຮົ້າ