ວັນທີ 9 ພຶດສະພາ 2018 ຜ່ານມານີ້, ຢູ່ທີ່ສະໂມສອນຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ຈັດກອງປະຊຸມສະຫຼຸບວຽກງານ ກຸ່ມຮ້ານນວດແຜນບູຮານ ເມືອງວັງວຽງ ປະຈຳປີ 2016-2017 ແລະ ທິດທາງແຜນການປະຈຳສົກປີ 2018-2019. ໂດຍການເຂົ້າຮ່ວມຂອງ ທ່ານ ພູວຽງ ສີໄກສອນ ຮອງຫົວຫນ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ມີ ທ່ານ ເພັດສະໝອນ ບູລົມມະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາທ່ານຫ້ອງການທີ່ກ້ຽວ ແລະ ເຈົ້າຂອງທຸລະກິດຮ້ານນວດແຜນບູຮານເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທອງຈັນ ວົງເພັດ ຕ່າງໜ້າໃຫ້ກຸ່ມຮ້ານນວດແຜນບູຮານເມືອງວັງວຽງ ຂື້ນຜ່ານບົດສະຫຼຸບວຽກງານກຸ່ມຮ້ານນວດແຜນບູຮານເມືອງວັງວຽງ ປະຈຳປີ 2016-2017 ແລະ ທິດທາງແຜນການປະຈຳສົກປີ 2018-2019 ວ່າ: ແມ່ນອົງການຈັດຕັ້ງໜຶ່ງທີ່ສຳຄັນໃນການປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃນດ້ານການທ່ອງທ່ຽວ ແລະ ນວດແບບຜ່ອນຄາຍ ໃນການບໍລິການແຂກພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວຊົມ. ກຸ່ມຮ້ານນວດແບບຜ່ອນຄາຍ ມີສາຍຕັ້ງຂຶ້ນກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະແນກສາທາລະນະສຸກແຂວງວຽງຈັນ ມີສາຍຂວາງຂຶ້ນກັບເຈົ້າເມືອງໆວັງວຽງ ປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີ່ ບໍລິການຮ້ານນວດແຜນບູຮານແບບຜ່ອຍຄາຍ ແລະ ຢູ່ພາຍໃຕ້ລະບຽບກົດໝາຍ. ສະມາຊິກກຸ່ມຮ້ານນວດທຸກຄົນມີຄວາມເຂົ້າໃຈເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນການດຳເນີນທຸລະກິດໄປຕາມລະບຽບກົດໝາຍວາງອອກ.
ຄະນະບໍລິຫານວຽກກງານວິຊາສະເພາະມີ ຈຳນວນ 4 ທ່ານ ປະກອບມີ ຫົວໜ້າ ແລະ ຮອງຄະນະ, ແບ່ງອອກເປັນ 5 ໜ່ວຍ, ມີສະມາຊິກທັງໝົດ 33 ທ່ານ, ມີຮ້ານນວດ 33 ຮ້ານ, ມີເສື້ອ ແລະ ຕຽງນອນ 460 ຜືນ. ມີເງິນສະຕິຂອງແຕ່ລະຮ້ານທີ່ເປັນສະມາຊິກຂອງກຸ່ມ 13 ລ້ານ 8 ແສນ ກີບ. ທິດທາງແຜນການສູ້ຊົນໃນຕໍ່ໜ້າ ຈະເພີ່ມທະວີສູ້ຊົນຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆ ກໍ່ຄືກົດລະບຽບຂອງພາກສ່ວນທີ່ກ່ຽວຂ້ອງ ວາງອອກໃຫ້ສະມາຊິກໄດ້ຮັບຮູ້ແລະເຊື່ອມຊືມເຂົ້າໃຈກ່ຽວກັບການດຳເນີນທຸລະກິດບໍລິການຮ້ານນວດແບບຜ່ອນຄາຍ ໃຫ້ກ້ວາງຂວາງ ແລະ ຈະສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມຮ້ານນວດໝັກແໜ້ນ.
ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ: ການແຕ່ງຕັ້ງຄະນະບໍລິຫານງານກຸ່ມຮ້ານນວດເມືອງວັງວຽງ ຕາມເອກະສານ ສະບັບເລກທີ 068/ຈມ.ວວ ລົງວັນທີ 8 ພຶດສະພາ 2018.
ກອງປະຊຸມຄັ້ງນີ້ ທ່ານ ພູວຽງ ສີໄກສອນ ຮອງຫົວຫນ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ບັນດາຜູ້ປະກອບການຮ້ານນວດ ຈົ່ງພ້ອມກັນປະຕິບັດຕາມລະບຽບການ ທີ່ກໍານົດ ໃຫ້ຖືກຕ້ອງ, ເນັ້ນການບໍລິການທີ່ດີ ຕໍ່ແຂກ ນັກທ່ອງທ່ຽວ ທີ່ມາທ່ຽວເມືອງວັງວຽງ ພ້ອມກັນນີ້ ຍັງເອົາໃຈໃສ່ ໃນຄວາມຖືກຕ້ອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສາມັກຄີ ປະກອບອາຊີບ ຢ່າງຖືກຕ້ອງຕາມລະບຽບກົດຫມາຍ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ