ເພື່ອເປັນການຕ້ານແລະສະກັດກັ້ນພະຍາດໂປລີໂອ, ໝາກແດງໃຫ່ຍ ແລະ ໝາກແດງນ້ອຍໂດຍສະເພາະພະຍາດເປ້ຍລ່ອຍ, ດັ່ງນັ້ນ, ເມື່ອບໍ່ດົນນີ້ ໜ່ວຍງານສົ່ງເສີມຄວາມກ້າວໜ້າແມ່ຍີງເມືອງເຊໂປນ ສົມທົບກັບສາທາລະນະສຸກເມືອງ ໄດ້ລົງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບພະຍາດເປ້ຍລ່ອຍ ໃຫ້ 2 ບ້ານເປົ້າໝາຍຄື: ຄຸ້ມບ້ານສະແລວ ແລະ ບ້ານສະກີຟີນ ທີ່ຂື້ນກັບຈຸດສຸມດົງສະຫວັນ ເມືອງເຊໂປນ, ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນະເຂດ, ມີ ທ່ານ ຄໍາຫລ້າ ພົມມີໄຊຮອງເຈົ້າເມືອງເຊໂປນ, ມີບັນດາທ່ານຄະນະສະຫະພັນແມ່ຍີງແຂວງ, ໜ່ວຍງານສົ່ງເສີມຄວາມກ້າວໜ້າແມ່ຍີງເມືອງເຊໂປນ,ສາທາລະນະສຸກເມືອງ, ສຸກສາລາບ້ານດົງສະຫວັນ, ຄະນະກໍາມະທິການເພື່ອຄວາມກ້າວໜ້າແມ່ຍີງແລະ ເດັກນ້ອຍແຂວງ, ເມືອງ, ຫົວໜ້າຈຸດສຸມ, ການຈັດຕັ້ງທຸກຂັ້ນຂອງບ້ານຕະຫລອດຮອດພໍ່ແມ່ປະຊາຊົນ2 ບ້ານເປົ້າໝາຍເຂົ້າຮ່ວມຢ່າງພ້ອມພຽງ
ທ່ານນາງ. ບຸນຍ່ອມ ໄຊບູລີ ຮອງປະທານສະຫະພັນແມ່ຍີງແຂວງ ໄດ້ໃຫ້ກຽດຂື້ນອະທິບາຍຄວາມໝາຍຄວາມສໍາຄັນ ກ່ຽວກັບຜົນຮ້າຍຂອງພະຍາດເປ້ຍລ່ອຍ ແລະ ວີທີປ້ອງກັນຊື່ງມີບາງຕອນທ່ານກ່າວວ່າ ພະຍາດໂປລີໂອ ຫຼື ພະຍາດເປ້ຍລ່ອຍ ແມ່ນເກີດມາຈາກເຊື້ອຈຸລະໂລກໂປລີໂອ,ສາມາດພາໃຫ້ມີອາການອໍາມະພາດເປັນລ່ອຍຕະຫລອດຊີວິດ ແລະ ເສຍຊິວິດໄດ້, ຜູ້ທີ່ຕິດພະຍາດໂປລີໂອຈະມີອາການໄຂ້, ອ່ອນເພຍ, ເຈັບຫົວ, ປວດຮາກ, ຕົ້ນຄໍແຂງ, ແຂນຂາ ຫລື ຮ່າງກາຍເຈັບປວດ ແລະ ອອ່ນແຮງ, ວີທີປ້ອງກັນເດັກເກີດໃໝ່ຕ້ອງໄດ້ຮັບຢາວັກຊິນຊະນິດຢອດຢາກິນທາງປາກແລະ ຊະນິດສັກໃຫ້ຄົບ 5 ຄັ້ງ ວັກຊິນກັນວັນນະໂລກ, ກັນຕັບອັກເສບບີ, ແກ່ເດັກ 6 ອາທິດ,10 ອາທິດ, ແລະ 14 ອາທິດ ຕ້ອງໄດ້ຮັບຢາໂປລີໂອທາງປາກ, ເປນຕ້າ, ຟີຊີວີ ຄັ້ງທີ 1, ທີ 2 ແລະທີ 3, ເດັກ 9-11 ເດືອນຕ້ອງໄດ້ສັກວັກຊິນກັນໝາກແດງໃຫ່ຍ-ນ້ອຍ ຄັ້ງທີ 1, ໄຂ້ສະໝອງອັກເສບຍີ່ປຸ່ນ (ເຈອີ), ເດັກ 12 ເດືອນ- 2 ປີຕ້ອງໄດ້ສັກຢາກັນໝາກແດງໃຫ່ຍ-ນ້ອຍ ຄັ້ງທີ 2
ສຸດທ້າຍການນໍາຂັ້ນແຂວງ ແລະ ເມືອງ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມຊື່ງທ່ານໄດ້ຮຽກຮ້ອງມາຍັງຄະນະບ້ານ, ການຈັດຕັ້ງທຸກຂັ້ນຂອງບ້ານຕະຫລອດຮອດພໍ່ແມ່ປະຊາຊົນທັງ 2 ບ້ານ, ຈົ່ງພ້ອມກັນເອົາໃຈໃສ່ນໍາພາລູກຫລານມາຢອດຢາ ແລະ ສັກຢາໃຫ້ຄົບຕາມທີ່ແພດໝໍນັດເພື່ອໃຫ້ລູກຫລານມີສຸຂະພາບແຂງແຮງຫ່າງໄກຈາກພະຍາດເປ້ຍລ່ອຍ, ຊຸກຍູ້ລູກຫລານໃນເກນອາຍຸເຂົ້າຮຽນໃຫ້ໄດ້ເຂົ້າໂຮງຮຽນ 100 ສ່ວນຮ້ອຍ,ຕ້ານແລະສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນບ້ານບັນຫາຢາເສບຕິດ, ການພະນັນ, ຂີ້ລັກງັດແງະ, ສາສະໜາ ແລະ ອື່ນໆ ໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ
Editor: ກຳປານາດ ລັດຖະເຮົ້າ