ພິທີເຊັນບົດບັນທຶກຊ່ວຍຈໍາ ລະຫວ່າງ ທະນາຄານພັດທະນາລາວ ກັບສະພາການຄ້າ ແລະ ອຸດສະຫາກໍາແຫ່ງຊາດລາວ ໄດ້ຈັດຂື້ນໃນບ່າຍວັນທີ 11 ພຶດສະພາ 2018 ນີ້, ທີ່ສໍານັກງານໃຫຍ່ ທະນາຄານພັດທະນາລາວ. ໂດຍເຂົ້າຮ່ວມໃນພິທີມີ ທ່ານ ບົວລຽນ ພົມມະວົງສາ ຜູ້ອໍານວຍການໃຫຍ່ ທະນາຄານພັດທະນາລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ໂຢຊີຮາຣຸ ໂຢເນຢາມະ ຜູ້ຕາງຫນ້າອົງການໄຈກາ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ. ພ້ອມນີ້ຍັງມີຜູ້ຕາງຫນ້າຈາກກົມຄຸ້ມຄອງ ທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ, ຜູ້ຕາງຫນ້າຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາພະແນກການທີ່ກ່ຽວຂ້ອງ, ບັນດາຫົວຫນ່ວຍທຸລະກິດ ຂະຫນາດນ້ອຍ ແລະ ກາງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີ ທ່ານ ແສງເພັດ ມະນີວົງ ຮອງຜູ້ອໍານວຍການ ທະນາຄານພັດທະນາລາວ ໄດ້ຂື້ນກ່ຽວລາຍງານໃຫ້ຮູ້ວ່າ: ທະນາຄານພັດທະນາລາວ ເປັນທະນາຄານທຸລະກິດລັດ ໂດຍແມ່ນກະຊວງການເງິນ ຖືຮຸ້ນ 100 ສ່ວນຮ້ອຍ, ພາຍໃຕ້ການຄຸ້ມຄອງຂອງ ທິນາຄານແຫ່ງ ສປປ ລາວ ໃນການດໍາເນີນທຸລະກິດ ໃຫ້ສອດຄ່ອງຕາມລະບຽບກົດຫມາຍ ຂອງ ສປປ ລາວ. ທະນາຄານ ໄດ້ຮັບການສ້າງຕັ້ງ ໃນປີ 2003 ມີສໍານັກງານໃຫຍ່ ທີ່ນະຄອນຫລວງວຽງວຈັນ, ມີສາຂາບໍລິການ 18 ສາຂາ, 79 ຫນ່ວຍບໍລິການ, 18 ຫນ່ວຍແລກປ່ຽນ ໃນຂອບເຂດທົ່ວປະເທດ. ເຊີ່ງໄດ້ມອບຫມາຍຈາກຂັ້ນເທິງໃຫ້ທະນາຄານພັດທະນາລາວ ບໍລິການສິນເຊື່ອເພື່ອສົ່ງເສີມ ແລະ ພັດທະນາທຸລະກິດຂະຫນາດນ້ອຍ ແລະ ກາງ (SMEs) ບົນພື້ນຖານການໄລ່ລຽງທຸລະກິດຢ່າງເຕັທມສ່ວນ ນັບແຕ່ປີ 2008 ເປັນຕົ້ນມາ. ປະຈຸບັນ ຍອດສິນເຊື່ອສໍາລັບ SME ກວມເອົາ 70,54 ສ່ວນຮ້ອຍ ຂອງຍອດສິນເຊື່ອທັງໝົດ ແລະ ກວມເອົາ 99,51 ສ່ວນຮ້ອຍ ຂອງລຸກຄ້າທັງໝົດ.
ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກ່າວວ່າ: ລັດຖະບານ ໄດ້ມີນະໂຍບາຍ ຍຸດທະສາດ ແລະ ແຜນພັດທະນາ ທີ່ເປັນອັນສະເພາະເຈາະຈົງ ສໍາລັບສົ່ງເສີມວິສາຫະກີດຂະຫນາດນ້ອຍ ແລະ ກາງ ລວມທັງການສ້າງໃຫ້ມີກົນໄກ ແລະ ສ້າງຫນ່ວຍງານສະເພາະ ເພື່ອຮັບຜິດຊອບຢ່າງຈິງຈັງ ແລະ ເປັນລະບົບຕໍ່ເນື່ອງ ດັ່ງທີ່ເຫັນຢູ່ໃນ ແຜນພັດທະນາວິສາຫະກີດຂະຫນາດນ້ອຍ ແລະ ກາງ 2016-2018. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ໃຫ້ຄວາມສໍາຄັນ ແລະ ໄດ້ເອົາໃຈໃສ່ໃນການສົ່ງເສີມ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໂດຍສ້າງສູນບໍລິການວິສາຫາກິດຂະຫນາດນ້ອຍ ແລະ ກາງ ໃນປີ 2017 ເພື່ອໃຫ້ບໍລິການແກ່ຜູ້ປະກອບການ ວິສາຫາກິດຂະຫນາດນ້ອນ ແລະ ກາງ ໃນ ສປປ ລາວ ທາງດ້ານບົດຮຽນ, ຄວາມຮູ້, ເຕັກໂນໂລຊີ ແລະ ປະສົບການ. ຮ່ວມກັນພັດທະນາກ້າວໄປຂ້າງຫນ້າ ເພື່ອເປັນການຕໍ່ຍອດ ແລະ ຍົກລະດັບການຄຸ້ມຄອງບໍລິຫານ, ການພັດທະນາດ້ານຜະລິດຕະພັນ ແລະ ນະວັດຕະກໍາໃຫມ່ໆ, ການຫຸ້ມຫໍ່, ການຕະຫລາດ ສ້າງໃຫ້ຜະລິດຕະພັນລາວ ຫລື ກາຫມາຍ ຍີ່ຫໍ້ ເປັນທີ່ຍອມຮັບ ແລະ ຮັບຮູ້ ໃຫ້ຄວາມສົນໃຈແກ່ຜູ້ບໍລິໂພກໃນພາກພື້ນ ແລະ ໃນໂລກ.
ບົດບັນທຶກຊ່ວຍຈໍາສະບັບນີ້, ໄດ້ລົງນາມເຊັນຮ່ວມກັນ ໂດຍການຜັກດັນຈາກອົງການໄຈກາ ຂອງປະເທດຍີ່ປຸ່ນ ໃນຂະແຫນງການສົ່ງເສີມບັນດາວິສາຫະກິດຂະຫນາດນ້ອຍ ແລະ ກາງ ຈຸດປະສົງ ເພື່ອອໍານວຍຄວາມສະດວກໃນການຮ່ວມມື ລະຫວ່າງ ທະນາຄານພັດທະນາລາວ ໃນທົ່ວລະບົບ ແລະ ສະພາການຄ້າ ແລະ ອຸດສະຫາກໍາແຫ່ງຊາດລາວ ລວມໄປເຖິງສະພາການຄ້າ ໃນທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວິສາຫາກິດຂະຫນາດນ້ອຍ ແລະ ກາງ, ລວມໄປເຖິງການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ເນື້ອໃນຂອງການຮ່ວມມື ຄື: ການໂຄສະນາເຜີຍແຜ່ການຈັດສໍາມະນາ ແລະ ກິດຈະການຕ່າງໆ ຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ໂຄສະນາຜະລິດຕະພັນການບໍລິການ ຂອງ ທະນາຄານພັດທະນາລາວ ເປົ້າຫມາຍເພື່ອສົ່ງເສີມ SME
ລົງນາມບົດບັນທຶກຊ່ວຍຈໍາ 2 ຝ່າຍ ລະຫວ່າງ ທ່ານ ແສງເພັດ ມະນີວົງ ຮອງຜູ້ອໍານວຍການທະນາຄານພັດທະນາລາວ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ມີຊ່ອງຫນ້າບັນດາແຂກ ທັງ 3 ຝ່າຍ ຮ່ວມເປັນສັກຂີພິຍານ.
Editor: ກຳປານາດ ລັດຖະເຮົ້າ