ເມື່ອບໍ່ດົນມານີ້, ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມຄະນະ ແລະ ພະແນກການທີ່ກ່ຽວຂອງແຂວງ ໄດ້ລົງເຄື່ອນໄຫວວຽກງານ ຢູ່ເມືອງປາກກະດິງ ໃນນັ້ນໄດ້ໄປທ່າບັກ ທີ່ສົ່ງຫີນກໍ່ສ້າງອອກໄປປະເທດໄທ ແລະ ຮັບຟັງການລາຍງານການເກັບລາຍຮັບ ຈາກການສົ່ງຫີນກໍ່ສ້າງອອກ ຢູ່ດ່ານປະເພນີທ່າສະອາດ, ຕາມການລາຍງານຂອງ ທ່ານ ຄຳໂກ້ ເກັງວົງພັນ ຮອງຫົວໜ້າດ່ານພາສີສາກົນປາກຊັນ ຄັ້ງນີ້ວ່າ: ສຳລັບການສົ່ງຫີນກໍ່ສ້າງອອກໄປ ປະເທດໄທ ຜ່ານດ່ານປະເພນີທ່າສະອາດ ມີສອງບໍລິສັດ ຄື: ບໍລິສັດ ໄຊລັດຕະນະ ຂຸດຄົ້ນບໍ່ແຮ່ຈຳກັດ ແລະ ບໍລິສັດ ປາລາມີ ກະສິກຳ ການຄ້າ ແລະ ຂົນສົ່ງຄົບວົງຈອນ ຈໍາກັດ, ໃນສອງບໍລິ ສັດດັ່ງກ່າວ ແມ່ນໄດ້ຮັບມອບສິດຈາກກຸ່ມບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດ ໃນນັ້ນໄດ້ມອບໃຫ້ ບໍລິສັດ ໄຊລັດຕະນະ ຂຸດຄົ້ນບໍ່ແຮ່ ຈໍາກັດ ສົ່ງອອກ ຈຳນວນ 5 ພັນແມ້ດກ້ອນ, ສາມາດສົ່ງອອກແລ້ວ 3 ພັນກວ່າແມ້ດກ້ອນ ແລະ ບໍລິສັດ ປາລາມີກະສິກຳ ການຄ້າ ແລະ ຂົນສົ່ງຄົບວົງຈອນ ຈຳກັດ ສົ່ງອອກຈຳນວນ 10 ແມ້ດກ້ອນ, ສາມາດສົ່ງອອກແລ້ວ 2 ພັນກວ່າແມ້ດກ້ອນ ມາຮອດປັດຈຸບັນສາມາດເກັບລາຍຮັບ ຈາກການເສຍພັນທະຄ່າທຳນຽມຕ່າງໆ ຂອງການສົ່ງຫີນກໍ່ສ້າງອອກ ຈາກສອງບໍລິສັດດັ່ງກ່າວ ລວມທັງໝົດ 68 ລ້ານກວ່າກີບ, ສຳລັບແຫຼ່ງຫີນທີ່ຂຸດຄົ້ນ ສົ່ງອອກ ມີສາມຈຸດ ທີ່ຂຸດຄົ້ນຢູ່ພາຍໃນເມືອງປາກກະດິງ ໃນນັ້ນມີ ຄື: ຈຸດທີ 1 ຢູ່ຜານາລຽງ, ຈຸດທີ2 ຢູ່ບ້ານນາພົງ ແລະ ຈຸດທີ່ 3 ຢູ່ບ້ານນາບວຍ ຕໍ່ກັບບັນຫາສະພາບການຕ່າງໆ ຂອງການສົ່ງຫີນກໍ່ສ້າງອອກນັ້ນ ໃນໂອກາດນີ້ ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ໄດ້ເນັ້ນໃຫ້ບໍລິສັດທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດ ຕາມລະບຽບກົດໝາຍກຳນົດໄວ້ ໂດຍສະເພາະແມ່ນ ການກຳກົດຂະໜາດ ແລະ ບໍລິມາດຫີນຂອງການສົ່ງອອກ ແລະ ການເສຍພັນທະ ຄ່າທຳນຽມຕ່າງໆ ເພື່ອຈັດເກັບງົບປະມານເຂົ້າລັດ ພ້ອມດຽວກັນນັ້ນ ທ່ານ ຍັງໄດ້ເນັ້ນໜັກ ໃຫ້ບັນດາພະ ແນກການທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ຕິດຕາມກວດກາ ໃນການຂຸດຄົ້ນ ແລະ ການສົ່ງອອກ ຢ່າງເປັນປົກກະຕິ ທັງນີ້ ກໍ່ເພື່ອແນໃສ່ຮັບປະກັນ ມີຄວາມຖຶກຕ້ອງ ແລະ ສອດຄ້ອງຕາມລະບຽບກົດໝາຍ ທີ່ກຳນົກໄວ້, ຈາກນັ້ນໃນເວລາຕໍ່ມາ ທ່ານ ພ້ອມດ້ວຍຄະນະ ກໍ່ໄດ້ຂີ້ເຮືອກວດກາເບິ່ງຕະຝັ່ງເຂດບ້ານທົ່ງນ້ອຍ ຕາມຂໍ້ມູນຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ສໍາລັບຈຸດຫຼໍ່ແຫຼມທີ່ມີການເຊາະເຈື່ອນຮ່າຍແຮງ ຢູ່ເຂດແຂວງບໍລິຄຳໄຊ ແມ່ນມີ 3 ເມືອງ ຄື: ເມືອງປາກກະດິງ ມີ 5 ບ້ານ, ລວມທັງໝົດ 5,6 ກິໂລແມ້ດ, ໃນນັ້ນມີສອງບ້ານ ທີ່ຮ່າຍແຮງ ຄື: ບ້ານທົ່ງນ້ອຍ ແລະ ບ້ານບຸ່ງກວ້າງ, ສໍາລັບເມືອງປາກຊັນ ມີ 7 ບ້ານ ລວມທັງໝົດ 7 ກິໂລແມ້ດ, ໃນນັ້ນຮ່າຍແຮງແມ່ນມີ 3 ບ້ານ ຄື: ບ້ານປາກຊັນໃຕ້, ບ້ານປາກປຶງ ແລະ ບ້ານແກ້ງສະດອກ, ສ່ວນເມືອງທ່າພະບາດ ມີ 4 ບ້ານ ລວມທັງໝົດ 2,5 ກິໂລແມ້ດ, ໃນນັ້ນຮ່າຍແຮງແມ່ນເຂດບ້ານທ່າໂພນສັນ
ຕໍ່ກັບການກວດກາເບິ່ງຕະຝັ່ງເຈື່ອນຄັ້ງນີ້ ແມ່ນເພື່ອເປັນການເກັບກຳຂໍ້ມູນ ແລະ ນຳເອົາບັນຫາດັ່ງກ່າວ ມາປຶກສາຫາລືກັບບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳສະເໜີເຂົ້າແຜນງົບປະມານ ການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນຢູ່ຈຸດທີ່ຮ່າຍແຮງດັ່ງກ່າວ ພ້ອມດຽວກັນນັ້ນ ໃນເວລາຕໍ່ມາ ເພື່ອຕອບສະໜອງ ຄຳສະເໜີຂອງປະຊາຊົນ ທີ່ສະເໜີຕໍ່ສະພາປະຊາຊົນແຂວງ ໃນໂອກາດດັ່ງກ່າວ ທ່ານປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມຄະນະ ຍັງໄດ້ໄປເບິ່ງສວນ ໝາກມ່ວງ ຢູ່ເຂດບ້ານນ້ຳເດື່ອ, ໂດຍແມ່ນບໍລິສັດ ຊຽນຕາລີ ເປັນຜູ້ສຳປະທານ ເຊິ່ງມີເນື້ອທີ່ທັງໝົດ 1,700 ເຮັກຕ່າ, ປະຈຸບັນປູກແລ້ວ 1 ພັນກວ່າເຮັກຕ່າ, ຕາມການສະເໜີຂອງປະຊາຊົນແມ່ນ ໃນເຂດເນື້ອທີ່ດັ່ງກ່າວ ໄດ້ກ່ວມເອົາດີນການຜະລິດຂອງປະຊາຊົນ ຈຳນວນໜຶ່ງ.
ທີມຂ່າວ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ