ໃນວັນທີ 10 ພຶດສະພາ 2018 ນີ້, ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ ສະມາຄົມການຕ່າງປະເທດ ແຫ່ງປະເທດ ຈີນ, ໄດ້ຈັດກິດຈະກໍາໂຄງການເຄື່ອນໄຫວແສງ ສະຫວ່າງ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ຫວາງເຫວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນວຽງຈັນ, ບັນດາແຂກທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດພ້ອມດ້ວຍຄູ-ອາຈານ ນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂອກາດນີ້ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ:ໂຄງການເຄື່ອນໄຫວແສງສະຫວ່າງໃນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ນຳເອົາຜົນປະໂຫຍດອັນດີມາສູ່ປະຊາຊົນໃນປະເທດລຸ່ມແມ່ນ້ຳຂອງ ລວມທັງ ສປປ ລາວ, ເຊິ່ງເປັນການຮັດແໜ້ນສາຍພົວພັນການຮ່ວມມື ລະຫວ່າງ ລາວ-ຈີນ ລວມທັງບັນດາປະເທດສະມາຊິກແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ສປປ ລາວ, ທະນຸຖະໜອມສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບຈີນທັງເຊື່ອໝັ້ນວ່າສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດຈະນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດດັ່ງກ່າວ ທ່ານ ຫຼິວ ປີ້ ເຫວີຍ ຮອງປະທານສະມາຄົມການຕ່າງປະເທດ ສປ ຈີນ ກ່າວວ່າ: ສະມາຄົມການຕ່າງປະເທດຈີນ ໄດ້ຕິດຕໍ່ພົວພັນກັບກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ສະຖານທູດຈີນປະຈໍາລາວ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຊິ່ງໄດ້ເລືອກເອົາໂຮງຮຽນມັດທະຍົມສົມບູນວຽງຈັນ, ໂຮງຮຽນມັດທະຍົມສົມບຸນສະຫວັນນະເຂດ ແລະ ໂຮງຮຽນປະຖົມສົມບູນສຸນັ້ນທາ ແຂວງສະຫວັນນະເຂດ ເປັນໂຮງຮຽນໃນການດຳເນີນກິດຈະກຳກວດເຊັກສຸຂະພາບສາຍຕາ, ຄາດວ່າຈະມີຄົນເຂົ້າກວດ ປະມານ 3,700 ຄົນ, ຄາດວ່ານັກຮຽນທີ່ຈະໄດ້ຮັບການໃຊ້ແວ່ນຕາປະມານ 20 ສ່ວນຮ້ອຍ, ສໍາລັບແວ່ນຕານັ້ນແມ່ນຈະໄດ້ຕັດຢູ່ ສປ ຈີນ ແລະ ຈະໄດ້ສົ່ງໃຫ້ແຕ່ລະໂຮງຮຽນເພື່ອໃຫ້ທາງໂຮງຮຽນສົ່ງມອບໃຫ້ແກ່ນັກຮຽນ.
ທ່ານ ຫວາງ ເວີນ ທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ກິດຈະກຳເທື່ອນີ້ສະແດງໃຫ້ເຫັນເຖິງມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ຈີນ-ລາວ ໄດ້ແຕກດອກອອກຜົນອັນໃໝ່ທັງນີ້ກໍເຊື່ອໝັ້ນວ່າ ກິດຈະກຳນີ້ຈະເປັນການເຊື່ອມຄວາມສຳພັນໄມຕິ ລະຫວ່າງ ປະຊາຊົນສອງຊາດ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຊາຕະກຳຈີນ-ລາວທີ່ມີຄວາມໝາຍຍຸດທະສາດໃຫ້ໝັ້ນຄົງຕະຫຼອດການ.
ທ່ານນາງ ວຽງສຸວັນ ພະໄຊສົມບັດ ອຳນວຍການໂຮງຮຽນ ມສ ວຽງຈັນ ໄດ້ສະແດງຄວາມຍິນດີແລະຂອບໃຈນຳຄະນະຊ່ຽວຊານຈີນ ທີ່ມາກວດສາຍຕາໃຫ້ກັບນັກຮຽນ, ນອກຈາກກວດສາຍຕາແລ້ວ ,ຊ່ຽວຊານຈີນຍັງໄດ້ແນະນຳວິທີຮັກສາສາຍຕາໃຫ້ຮູ້ຕື່ມອີກ, ຫວັງວ່າຈະມີກິດຈະກຳແບບນີ້ເລື້ອຍໆໃນຕໍ່ໜ້າ.
ຂ່າວແຈ້ງວ່າ,ໂຄງການເຄື່ອນໄຫວເພື່ອແສງສະຫວ່າງໃນປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ ສປປ ລາວເປັນໜຶ່ງໃນໂຄງການທີ່ສໍາຄັນຂອງການຮ່ວມມືດ້ານການພັດທະນາຊີວິດການເປັນຢູ່ຂອງປະຊາຊົນຕາມລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເຊິ່ງນັບແຕ່ປີ 2016 ເປັນຕົ້ນມາ ສະມາຄົມການຕ່າງປະເທດຈີນ ໄດ້ນໍາພາ ແລະ ຈັດຕັ້ງທີມແພດເພື່ອຜ່າຕັດພະຍາດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ 3 ປະເທດ ຄື: ກໍາປູເຈຍ, ລາວ ແລະ ມຽນມາ ເຊິ່ງກິດຈະກຳນີ້ໄດ້ຮັບການຕອບຮັບ ແລະ ຍ້ອງຍໍຈາກຫລາຍພາກສ່ວນ. ມາປີ 2018 ນີ້, ທາງ ສປ ຈີນ ໄດ້ເດີນທາງມາສູ່ບັນດາປະເທດລຸ່ມແມ່ນນໍ້າຂອງ ອີກຄັ້ງໜຶ່ງເພື່ອດຳເນີນການໄລຍະ 2 ຂອງໂຄງການ ນັ້ນກໍ່ຄືກິດຈະກຳ ແສງສະຫວ່າງເພື່ອສຸຂະພາບສາຍຕານັກຮຽນມັດຖະຍົມ ແລະ ປະຖົມ ໃນບັນດາປະເທດລຸ່ມແມ່ນໍ້າຂອງ ຈາກທີມແພດກຸ່ມບໍລິສັດໂຮງໝໍປົວຕາ ໄອເອີ້ ເພື່ອສະໜອງການກວດເຊັກສຸຂະພາບດວງຕາ ໃຫ້ແກ່ບັນດາປະເທດລຸ່ມແມ່ນໍ້າຂອງ.
Editor: ກຳປານາດ ລັດຖະເຮົ້າ