ເພື່ອປະຕິບັດຕາມ ການຕົກລົງເຫັນດີເປັນເອກະພາບ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ແລະ ບັນດາຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ທັງ10 ຕົວເມືອງພາຍໃນແຂວງຄຳມ່ວນ ເຫັນດີເປີດກອງປະຊຸມສັນຈອນຢູ່ຂັ້ນເມືອງ ຄັ້ງທີ 2 ຢູ່ເມືອງບົວລະພາ, ດັ່ງນັ້ນ ໃນຕອນບ່າຍ ຂອງວັນທີ 9 ພຶດສະພາ 2018 ທີ່ຜ່ານມາ ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງບົວລະພາ ເປີດກອງປະຊຸມ ສະຫລຸບຖອດຖອນບົດຮຽນວຽກງານ ອຸດສາຫະກຳ ການຄ້າທົ່ວແຂວງຄຳມ່ວນ ປະຈຳ 3 ເດືອນຂື້ນ, ທີ່ສະໂມສອນປົກຄອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພົ່າ ທອງເທພາຮັກ ເລຂາພັກເມືອງ, ເຈົ້າເມືອງ ເມືອງບົວລະພາ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງຄໍາມ່ວນ, ພ້ອມດ້ວຍບັນດາທ່ານ ຫົວໜ້າ, ຮອງຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າທັງ 10 ຕົວເມືອງອ້ອມຂ້າງແຂວງ ເຂົ້າຮ່ວມນຳຢ່າງພ້ອມພຽງ.
ໃນພິທີຄັ້ງນີ້ ທ່ານ ບຸນໜອມ ນໍລະມຸນ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງບົວລະພາ ກໍ່ໄດ້ຂື້ນຜ່ານ ບົດລາຍງານ ການເຄື່ອນໄຫວ ວຽກງານອຸດສາຫະກໍາ ແລະ ການຄ້າເມືອງ ປະຈໍາປີ 2017 ແລະ ທິດທາງແຜນການ ປີ 2018 ຢ່າງລະອຽດ ພ້ອມທັງສະເໜີໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍສະເພາະຂະແໜງສົ່ງເສີມ ແລະ ຜະລິດເປັນສີນຄ້າ ມາຊ່ວຍໃນໜ່ວຍງານສົ່ງເສີມ ແລະ ຜະລິດເປັນສີນຄ້າເມືອງ ເພື່ອເຮັດໃຫ້ໜ່ວຍງານດັ່ງກ່າວ ໄດ້ມີບາດກ້າວທີ່ດີຂື້ນເລື້ອຍໆ, ຈາກນັ້ນ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງຄໍາມ່ວນ ໄດ້ ໂອລົມ ໃຫ້ຄໍາຄິດເຫັນ ເບື້ອງຕົ້ນ ທ່ານກໍ່ໄດ້ເຫັນດີ ເປັນເອກະພາບຕໍ່ການລາຍງານ ວຽກງານດັ່ງກ່າວ ຈາກນັ້ນກໍ່ໄດ້ ຮຽກຮ້ອງໃຫ້ ບັນດາ ຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ຂັ້ນເມືອງ ຮ່ວມກັນປືກສາຫາລື ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ເຊີ່ງໃນນັ້ນ ທ່ານຍັງໄດ້ມີການເຈາະຈີ້ມ ບັນຫາຕ່າງໆ ທີ່ຍັງຄ້າງຄາ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວ ໃຫ້ໄດ້ຮັບຜົນທີ່ດີຂື້ນເລື້ອຍໆ ພາຍຫລັງສຳເລັດກອງປະຊຸມດັ່ງກ່າວແລ້ວ ກໍ່ໄດ້ມີການ ສ້າງຂະບວນການເຕະບານມິດຕະພາບອີກດ້ວຍ
Editor: ກຳປານາດ ລັດຖະເຮົ້າ