ເມື່ອບໍ່ດົນຜ່ານມານີ້, ຢູ່ຕາມເສັ້ນທາງ ແລະ ຂອບເຂດຂອງ ກຸ່ມບ້ານທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ. ໄດ້ພ້ອມກັນ ອະນາໄມລວມຂອງກຸ່ມບ້ານທ່າເຮືອ. ໂດຍຊີ້ນໍາຂະບວນການ ມີ ທ່ານ ບຸນທັນ ພະວິໄຊ ເລຂາຄະນະຮາກຖານ-ຫົວຫນ້າກຸ່ມບ້ານທ່າເຮືອ. ມີອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ ຈຳນວນ 7 ບ້ານ ຄື: ບ້ານນ້ຳພ້າວ, ບ້ານຫ້ວຍຊີ, ບ້ານນ້ຳປາດ, ບ້ານຫ້ວຍໝໍ້, ບ້ານທ່າເຮືອເໜືອ, ບ້ານທ່າເຮືອໃຕ້ ແລະ ບ້ານຫ້ວຍປາມ້ອມ ເຂົ້າຮ່ວມຢ່າງເປັນຂະບວນການພົດຟື້ນ.
ການອອກແຮງງານ ອະນາໄມລວມຫມູ່ ຢູ່ຕາມເສັ້ນທາງ ແລະ ຂອບເຂດບ້ານຂອງຕົນຮັບຜິດຊອບ ໃນຄັ້ງນີ້, ກໍ່ເພື່ອເປັນການກະກຽມຄໍານັບຮັບຕ້ອນ ກອງປະຊຸມໃຫ່ຍ ອົງຄະນະພັກບ້ານ, ພ້ອມທັງເປັນການປະຕິບັດວຽກງານ 4 ສໍ ຂອງເມືອງວັງວຽງ ວາງອອກຄື: ສໍ.ສະສາດ, ສໍ.ສີຂຽວ, ສໍ.ສະຫງົບ ແລະ ສໍ.ສະຫງ່າ ແລະ ຕ້ອນຮັບວັນສຳຄັນຕ່າງໆຂອງຊາດ. ທັງເປັນການປຸກລະດົມທຸກພາກສ່ວນໃນທົ່ວສັງຄົມ ໃຫ້ມີສ່ວນຮ່ວມໃນການສ້າງກິດຈະກຳຕ່າງໆ ປະກອບມີການຖາງຫ້ຍາ-ຕັດຫຍ້າເກັບຂີ້ເຫຍື້ອ ຊຶ່ງມີໄລຍະເສັ້ນທາງ ທັງໝົດ 8 ກິໂລແມັດ, ກວມເອົາ 7 ບ້ານ ແລະ ມີຜູ້ເຂົ້າຮ່ວມ ຈຳນວນ 800 ກ່ວາຄົນ.
Editor: ກຳປານາດ ລັດຖະເຮົ້າ