ໃນວັນທີ 10 ພຶດສະພາ 2018 ນີ້ ທີ່ສໍານັກງານ ໃຫຍ່ ທະນາຄານຮ່ວມພັດທະນາ ຫລື JDB ໄດ້ຈັດພິທີມອບລົດໃຫຍ່ ແກ່ລູກຄ້າຜູ້ໂຊກດີ ຈາກໂຄງການຝາກປະຈໍາ 3 ປີ, ກັບທະນາຄານຮ່ວມພັດທະນາ. ເຊີ່ງຜູ້ໂຊກດີໄດ້ລາງວັນລົດຈິບ ເຊບໂລເລັກ 1 ຄັນ,ແມ່ນ ທ່ານນາງ ມິດາວັນ ພູມະນີວົງ ບ້ານນາຫນອງບົວ, ເມືອງຊໍາເໜືອ, ແຂວງຫົວພັນ.
ໂຄງການດັ່ງກ່າວ ແມ່ນເປັນການຄືນກໍາໄລໃຫ້ແກ່ລູກຄ້າ ທີ່ຝາກເງິນ ໃນໂຄງການຝາກປະຈໍາ 3 ປີ ກັບທະນາຄານຮ່ວມພັດທະນາ ເຊີ່ງປີ 2018 ນີ້ ແມ່ນເປັນການແຈກເປັນປີທີ 3 ເພື່ອເປັນການລະດົມເງິນຝາກໃຫ້ພຽງພໍ ການສະຫນອງສິນເຊື່ອໃຫ້ທຸລະກິດຂະຫນາດນ້ອຍ, ຂະຫນາດກາງ ແລະ ຂະຫນາດໃຫຍ່. ທະນາຄານຮ່ວມພັດທະນາ ໄດ້ມີການເຕີບໃຫຍ່ ຢ່າງບໍ່ຫຍຸດຢັ້ງ ໄດ້ປ່ຽນຮູບແບບການບໍລິການແບບມືອາຊີບ ເຊີ່ງໄດ້ເອົາໃຈໃສ່ໃນວຽກງານບໍລິການ ໃຫ້ມີຄວາມປະທັບໃຈແກ່ລູກຄ້າ ໃນທຸກໆລະດັບ, ເຮັດໃຫ້ທະນາຄານຮ່ວມພັດທະນາ ກາຍເປັນທະນາຄານທີ່ທັນສະໄຫມ ໄດ້ມາດຕະຖານສາກົນ, ບໍລິການລູກຄ້າທຸກລະດັບ ຢ່າງປະທັບໃຈ.
ປະຈຸບັນ ທະນາຄານຮ່ວມພັດທະນາ ມີຫນ່ວຍບໍລິການ ທັງໝົດ 55 ຫນ່ວຍບໍລິການ, ໄດ້ອອກຜະລິດຕະພັນໃຫມ່ ເພື່ອສະຫນອງລູກຄ້າ ໃຫ້ໄດ້ຊົມໃຊ້ຜະລິດຕະພັນ ຢ່າງຫລວງຫລາຍ ແລະ ໄດ້ຮັບຄວາມປະທັບໃຈ ເຊັ່ນ: ເງິນກູ້ພະນັກງານ, ເງິນກູ້ເພື່ອການສຶກສາພາຍໃນ ແລະ ຕ່າງປະເທດ, ສໍາເລັດໃນການອອກຜະລິດຕະພັນ ເຮັດທຸລະກໍາການເງິນ ຜ່ານມືຖື ໂມບາຍແບ່ງຄິງ, ຫລື ເວົ້າຫຍໍ້ໆ JDB Yes ແລະ Yes Pay (QR Code) ອອກຜະລິດຕະພັນໃຫມ່ ທາງດ້ານ ດີຈິຕອນ ແບ່ງຄິງ ໃຫ້ຫລາກຫລາຍ. ເຮັດໃຫ້ທຸກກຸ່ມຄົນສາມາດເຂົ້າເຖິງແຫລ່ງທຶນທີ່ຫມັ້ນຄົງ ດ້ວຍຄວາມສະດວກສະບາຍ. ຕາມຄໍາຂວັນຂອງທະນາຄານທີ່ວ່າ: ເຕີບໃຫຍ່ໄປພ້ອມກັນ.
Editor: ກຳປານາດ ລັດຖະເຮົ້າ