ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 09 ພຶດສະພາ 2018 ນີ້. ຢູ່ທີສະໂມສອນ ກອງບັນຊາການ ປກສ ເມືອງຊໍາໃຕ້ ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນຕີ ຄໍາເພັດ ໄຊວິເຮືອງ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຊໍາໃຕ້, ເປັນກຽດເຂົ້າຮ່ວມມີ ທ່ານ ພັນໂທ ໂພໄຊ ອາລຸນສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດ ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 65 ທ່ານ, ຍີງ 9 ທ່ານ.
ໃນວາລະກອງປະຊຸມ ທ່ານ ພັນໂທ ໂພໄຊ ອາລຸນສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ເຜີຍແຜ່ ກົດໝາຍ ວ່າດ້ວຍກໍາລັງປອງກັນຄວາມສະຫງົບ ປະຊາຊົນສະບັບປັບປຸງ,ກົດໝາຍສະບັບນີ້ ລວມມີ 9 ພາກ, 55 ມາດຕາ, ເຊີ່ງໄດ້ ກໍານົດຫຼັກການ ແລະ ມາດຕາການກ່ຽວກັບການຈັດຕັ້ງເຄືອນໄຫວຂອງກໍາລັງປອງກັນຄວາມສະຫົງບປະຊາຊົນ ເພື່ອໃຫ້ກໍາລັງມີຄວາມໜັກ ແໜ້ນທາງດ້ານແນວຄິດການເມືອງ, ມີລະບຽບເຂັມງວດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນອກນີ້, ຍັງໄດ້ຮັບຟັງກ່ຽວກັບເອກະສານສຶກສາອົບຮົມ ເຜີຍແຜ່ປະກົດການຫໍ້ຍທໍ້ໃນສັງຄົມ ແລະ ສື່ອອນລາຍຕ່າງໆທາງດ້ານອີນເຕີເນັດຕໍ່ພໍ່ແມ່ປະຊາຊົນ ແລະ ແມ່ຍີງເດັກນ້ອຍ ຜູ້ທີຍັງບໍ່ທັນມີຄວາມຮູ້ເທົາທີຄວນ
ຂອບໃຈ ຊ່າວສານດີດີ ຈາກທີມຂ່າວເມືອຊໍາໃຕ້
Editor: ກຳປານາດ ລັດຖະເຮົ້າ