ການຝຶກອົບຮົມການເມືອງ-ການທະຫານ-ການເມືອງ ໃຫ້ກອງຮ້ອຍ-ກອງຫຼອນ ທີ 8 ສາມບ້ານພັດທະນາ ເມືອງຫົງສາ, ແຂວງໄຊຍະບູລີ ໄດ້ປິດລົງຢ່າງເປັນທາງການ. ຫຼັງຈາກຝຶກຊ້ອມມາເປັນເວລາ 7 ວັນ, ແຕ່ວັນທີ 3-9 ພຶດສະພາ 2018 ນີ້. ຢູ່ທີ່ສະໂມສອນບ້ານວຽງແກ້ວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສີ ພົມມະຈັນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຄະນະກອງບັນຊາການທະຫານເມືອງຫົງສາ ພ້ອມດ້ວຍຄູຝຶກ, ມີຕ່າງໜ້າ ປກສ ກຸ່ມບ້ານ, ອໍານາດການປົກຄອງບ້ານ ສາມບ້ານ, ແຂກຖືກເຊີນ ແລະ ກອງຮ້ອຍ-ກອງຫຼອນ (ທີ 8) ສາມບ້ານຄື: ບ້ານວຽງແກ້ວ, ບ້ານຈຳປາ ແລະ ບ້ານນາສ້ານເຂົ້າຮ່ວມ.
ຊຸດອົບຮົມຄັ້ງນີ້, ສຳມະນາກອນແມ່ນໄດ້ຮຽນຮູ້ບົດຮຽນທັງໝົດ 3 ພາກ ຄື: ພາກການເມືອງນຳພາແນວຄິດ, ພາກຍຸດທະວິທີ ແລະ ພາກສິລະປະຍຸດ. ພ້ອມທັງຮຽນຮູ້ 7 ຈັ່ງຫວະພື້ນຖານບຸກຄົນອາໃສພູມີປະເທດ, ຮຽນລະບຽບຮູບແຖວ (ເປັນຈຸ, ໝູ່, ໝວດ, ຮຽນສູ້ຮົບປ້ອງກັນບ້ານ), ຮຽນຮູ້ຄຸນຄ່າສະມັດຕະພາບການປະກອບສ້າງຂອງປືນ ອາກາ (AK) ແລະ ເຊກາເຊ (CKC), ຮຽນເລັ່ງຍິງບົດເປີດສາກຈາກປືນ (ອາກາ) AK ແລະ ຍິງລູກປືນແທ້ບົດເປີດສາກຈາກປືນ (ອາກາ) AK. ສຳລັບການຮຽນ ແມ່ນໃຊ້ເວລາທັງໝົດ 64 ຊົ່ວໂມງ, ແບ່ງເປັນ 7 ວັນ ຂອງການຝຶກຊ້ອມ.
ສ່ວນເປົ້າໝາຍການອົບຮົມນີ້, ແມ່ນກອງຮ້ອຍ-ກອງຫຼອນ (ທີ 8) ສາມບ້ານ ຄື: ບ້ານວຽງແກ້ວ, ບ້ານຈຳປາ ແລະ ບ້ານນາສ້ານ. ເຊິງມີສະມາຊິກທັງໝົດ 103 ສະຫາຍ,. ໃນນີ້, ບ້ານວຽງແກ້ວມີ 40 ສະຫາຍ, ບ້ານຈຳປາມີ 30 ສະຫາຍ ແລະ ບ້ານນາສ້ານ ມີ 33 ສະຫາຍ. ມີໜ້າເຂົ້າຮຽນຕົວຈິງ 78 ສະຫາຍ, ຈັດເປັນໜຶ່ງກອງຮ້ອຍ ມີ 2 ໝວດ 6 ໝູ່ ປະກອບອາວຸດ 18 ກະບອກ. ຜ່ານການຝຶກຊ້ອມມາເປັນເວລາ 7 ວັນ, ສາມາດຕີລາຄາໄດ້ ວ່າ: ບັນດາສະຫາຍທີເປັນຄູຝຶກ ແລະ ສຳມະນາກອນຄັ້ງນີ້, ແມ່ນມີຄວາມພ້ອມ ແລະ ເອົາໃຈໃສ່ຝຶກຊ້ອມຕາມທິດຊີ້ນຳ-ນຳພາຂອງຂັ້ນເທິງ, ສາມາດຕີລາຄາຄວາມຮັບຮູ້ຂອງອ້າຍນ້ອງກອງຫຼອນ ແລະ ຜົນໄດ້ຮັບ 85 ສ່ວນຮ້ອຍ, ຕີລາຄາຄວາມຮັບຮູ້ບຸກຄົນຮຽນເກັ່ງ 64 ສະຫາຍ ແລະ ປານກາງ 14 ສະຫາຍ. ສະຫຼຸບໄດ້ວ່າ: ການຮຽນ-ການສອນ ໄດ້ຕາມຄາດໝາຍຂອງແຜນການອົບຮົມຫັດແອບ ແລະ ມີຄວາມປອດໄພດີ
Editor: ກຳປານາດ ລັດຖະເຮົ້າ