ໃນຕອນແລງເວລາ 4 ໂມງ ຂອງວັນທີ 7 ພຶດສະພາ 2018 ຜ່ານມາ ໄດ້ເກິດອັກຄີໄຟ ໄຟ ໄໝ້ ບ້ານສັນແຟນ ກຸ່ມນ້ຳລ້ຽງ, ເມືອງຄໍາ ແຂວງຊຽງຂວາງ ເຊີ່ງຫ່າງຈາກເມືອງຄໍາ ປະມານ 74 ກິໂລແມັດ, ປະກອບມີ 47 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 324 ຄົນ, ຍີງ 148 ຄົນ ເຊີ່ງໃນເວລາດັ່ງກ່າວພໍ່ແມ່ປະຊາຊົນ ໄດ້ອອກໄປທຳການຜະລິດ, ປູກເຂົ້າ, ປູກສາລີ, ປູກໝາກເພັດ, ປູກຫຍ້າລ້ຽງສັດ ແລະ ຊອກຢູ່ຫາກີນຕາມທໍາມະຊາດ ມີພຽງແຕ່ຜູ້ເຖົ້າ ແລະ ເດັກນ້ອຍ, ພາຍໃນບ້ານຍັງມີລັກສະນະເຮືອນເປັນຮ້ານ, ມຸງດ້ວຍຫຍ້າ, ສັງກະສີ, ກະເບື້ອງ ແລະ ແອ້ມດ້ວຍໄມ້ແປ້ນ ເຮັດໃຫ້ມີຜົນເສຍຫາຍຈາກອັກຄີໄຟ ໃນຄັ້ງນີ້ ຈຳນວນ 32 ຫຼັງຄາເຮືອນ, ເປ່ເພເລັກນ້ອຍ 15 ຫຼັງຄາເຮືອນ ມີຜູ້ບາດເຈັບເຫຼັກນ້ອຍ 2 ຄົນ ແລະ ບໍ່ມີຜູ້ເສຍຊີວິດ ໃນເຫດການດັ່ງກ່າວ, ໃນປະຈຸບັນເຈົ້າໜ້າທີ່ກຳລັງສັນລະສູດຊອກຫາສາຍເຫດ ທີ່ພາໃຫ້ເກີດອັກຄີໄຟ ໄຟໄໝ້ ທີ່ເກີດຂື້ນ, ພ້ອມນັ້ນຫ້ອງການທີ່ກ່ຽວຂ້ອງ ກຳລັງເກັບຂໍ້ມູນປະເມີນຜົນເສຍຫາຍໃນຄັ້ງນີ້.
ຫຼັງຈາກນັ້ນການນຳຂັ້ນແຂວງ, ຂັ້ນເມືອງ ກໍ່ໄດ້ນຳເອົາບັນດາຫ້ອງການອ້ອມຂ້າງເມືອງ, ກຳລັງ ປກສ, ປກຊ ລົງຕິດຕາມກວດກາ ແລະ ໃຫ້ການຊ່ວຍເຫລືອໃນເບື້ອງຕົ້ນໂດຍພາຍໃຕ້ການຊີ້ນຳນຳພາຂອງ ທ່ານ ຄຳປາວ ມົວ ຮອງເຈົ້າແຂວງ-ແຂວງຊຽງຂວາງ ແລະ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຄຳ. ຜ່ານການໃຫ້ສໍາພາດຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຄຳ ໄດ້ກ່າວວ່າ: ເມື່ອໄດ້ຮັບການລາຍງານກໍ່ໄດ້ຈັດປະຊາຊົນ ຄະນະປະຈໍາ, ການນຳຂອງເມືອງເພື່ອໃຫ້ການຊ່ວຍເຫຼືອດ່ວນໂດຍນຳເອົາ 2 ກຳລັງ ປກສ, ປກຊ ແລະ ໜ່ວຍງານແພດ ມາໃຫ້ທັນກັບເຫດການ ແລະ ກໍ່ໄດ້ນຳເອົາເຄື່ອງຈຳນວນໜື່ງ ມາມອບໃຫ້ແກ່ຄອບຄົວຜູ້ຖືກເສຍຫາຍເປັນຕົ້ນແມ່ນຈັດກຳລັງເກັບມ້ຽນມັດສີ່ງທີ່ເສຍຫາຍຈາກໄຟໄໝ້, ຈັດສັນສະຖານທີ່ຕັ້ງຕູບ-ຕັ້ງເຕັ້ນ ໃຫ້ແກ່ຄອບຄົວຜູ້ທີ່ຖືກເສຍຫາຍໃຫ້ມີທີ່ພັກພາອາໃສຊົ່ວຄາວ. ນອກຈາກນີ້, ກໍ່ຍັງໄດ້ໃຫ້ການຊ່ວຍເຫຼືອເຊັ່ນ: ເຂົ້າກີນ, ໝີ່່ແຫ້ງ, ເກືອ, ແປ້ງນົວ, ສາດ, ຜ້າເຕັ້ນ ແລະ ເຄື່ອງນຸ່ງຫົ່ມຜູ້ໃຫຍ່ ແລະ ເດັກນ້ອຍຈຳນວນໜຶ່ງ ລວມມູນຄ່າທັງໝົດ 10 ກວ່າລ້ານກີບ.
Editor: ກຳປານາດ ລັດຖະເຮົ້າ