ເມືອ່ບໍ່ດົນມານີ້, ໄດ້ຈັດພິທີຮັບຮອງເອົາບ້ານນາເລົາ, ເມືອງວັງວຽງ ແຂວງວຽງຈັນ ເປັນບ້ານພົ້ນທຸກ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ, ມີ ທ່ານ ພູວົງ ບຸນຊູ້ ຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ, ມີ ທ່ານ ຄໍາຜ່ອງ ດວງວິໄລ ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີບັນດາການນໍາຂັ້ນແຂວງ, ຂັ້ນເມືອງ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ
ໃນພິທີ ທ່ານ ຊົງໄຊ ລັດຕະນະຄຳເພັດ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງວັງວຽງ ໄດ້ຂຶ້ນຜ່ານບົດລາຍງານສະພາບການພັດທະນາ ແລະ ການແກ້ໄຂຄວາມທຸກຍາກຢູ່ເມືອງວັງວຽງ, ເພື່ອສືບຕໍ່ປະຕິບັດສອງໜ້າທີຍຸດທະສາດຂອງການປະຕີວັດຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕີ, ຄໍາສັ່ງຂອງສູນກາງພັກ,ກົດໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຂວງວຽງຈັນ ໃນແຕ່ລະໄລຍະເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ 6 ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 2 ຂອງເມືອງວັງວຽງ. ຄະນະບໍລິຫານງານພັກເມືອງໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ, ການເມືອງ, ການພັດທະນາຊົນນະບົດຮອບດ້ານ ແລະ ລົບລ້າງຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ, ຊຸກຍູ້ວຽກງານ 3 ສ້າງ, ບ້ານນາເລົາເປັນບ້ານໜຶ່ງທີນອນໃນກຸ່ມນາມອນ ເຊີ່ງໃນເມືອກ່ອນເປັນບ້ານຕັ້ງຢູ່ຊອກຫຼີກ, ມີຫ້ວຍນໍ້າ ຂວາງກັ້ນເສັ້ນທາງເຂົ້າ-ອອກ. ເສັ້ນທາງທຽວໄດ້ລະດູດຽວເປັນເງື່ອນໄຂໃຫ້ບ້ານດັ່ງກ່າວເປັນບ້ານທຸກຈາກສະພາບ ແລະ ເຫດຜົນດັ່ງກ່າວອົງການປົກຄອງເມືອງໄດ້ຊີ້ນຳ-ນຳພາບັນດາຫ້ອງການ, ໜ່ວຍງານທີ່ກ່ຽວຂ້ອງພ້ອມກັນຄົ້ນຄວ້າສ້າງສະເໜີໂຄງການ ຈັດສັນຍົກຍ້າຍບ້ານນາເລົ່າ ເພຶ່ອນຳສະເໜີຫາພາກສ່ວນກ່ຽວຂ້ອງຂັ້ນແຂວງ. ເພື່ອພິຈາລະນາດຳເນີນການກວດກາປະເມີນຜົນ, ເຊີ່ງໄດ້ຮັບອະນຸມັດສົກປີ 2015-2016 ແລ້ວຈັດຕັ້ງປະຕິບັດໂຄ່ງການສໍາເລັດໃນສົກປີ 2016-2017 ບ້ານນາເລົາປະກອບມີ 7 ໜ່ວຍສາມັກຄີ, ມີ 119 ຄົວເຮືອນ, ມີ 135 ຄອບຄົວ, ມີພົນລະເມືອງ ທັງໝົດ 543 ຄົນ, ຍິງ 259 ຄົນ, ປະກອບມີ 2 ເຜົ່າ ຄື: ລາວລຸ່ມ ມີ 335 ຄົນ, ຍິງ 160, ເຜົ່າກຶມມຸ 208 ຄົນ, ຍິງ 99 ຄົນ ປະຊາຊົນພາຍໃນບ້ານສ່ວນໃຫຍ່ເປັນຊາວກະສິກອນປູກຝັງ-ລ້ຽງສັດ ແລະ ອີກຈຳນວນໜຶ່ງເປັນນາຍຊ່າງ-ກຳມະກອນກໍ່ສ້າງ. ພາຍຫລັງຍົກຍ້າຍ ກໍ່ຄືການພັດທະນາສ້າງສາ ຢູ່ສະຖານທີແຫ່ງໃໝ່ນີ້ ແມ່ນມີຄວາມສະດວກ, ເໝາະສົມໃນການດໍາລົງຊິວິດ, ການທຳມາຫາກີນແລະ ການພັດທະນາດ້ານຕ່າງໆເຊັ່ນ: ການຄ້າ, ການບໍລິການ, ການດໍາເນີນທຸລະກິດ-ກິດຈະການຕ່າງໆ, ການຕິດຕໍ່ພົວພັນສັງຄົມຂອງບ້ານນັບມື້ນັບຈະເລີນກ້າວໜ້າ. ໂດຍປະຕິບັດຕາມລຳດັດຂອງລັດຖະບານສະບັບເລກທີ 348/ລບ. ລົງວັນທີ 16 ພະຈິກ2017 ແມ່ນໄລຍະເມືອງວັງວຽງ ຍັງມີບ້ານທຸກຍາກພຽງແຕ່ 1 ບ້ານ ຄື: ບ້ານນາເລົາ
ດັ່ງນັ້ນ, ຄະນະພັກ-ຄະນະປົກຄອງເມືອງ ໄດ້ພະຍາຍາມສຸມກໍາລັງໃສການແກ້ໄຂບ້ານນາເລົາໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກຂະບວນການພັດທະນາສ້າງສາຕົວຈີ່ງຂອງປະຊາຊົນບວກກັບເງື່ອນໄຂອັນເໝາະສົມ ແລະ ມີຄວາມພ້ອມ ໃນຕົ້ນເດືອນກຸມພາ 2018 ຄະນະຮັບຜິດຊອບປະເມີນຜົນຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ສົມທົບການກວດກາປະເມີນຜົນຄອບຄົວ ແລະ ບ້ານເຊີ່ງສັງລວມໄດ້, ຕີລາຄາປະເມີນຜົນຄອບຄົວພົ້ນທຸກ ຕາມ 6 ມາດຖານບັນລຸໄດ້ 95 ສ່ວນຮ້ອຍ, ຕີລາຄາປະເມີນບ້ານພົ້ນທຸກຕາມ 8 ມາດຖານ ບັນລຸໄດ້ 99 ສ່ວນຮ້ອຍ, ການປະເມີນຜົນມີຜົນໄດ້ຮັບດັ່ງກ່າວທ່ານເຈົ້າເມືອງໆວັງວຽງ ໄດ້ລາຍງານນຳສະເໜີຕໍ່ທ່ານເຈົ້າແຂວງໆວຽງຈັນ ເພື່ອພິຈາລະນາຮັບຮອງເອົາຜົນກວດກາປະເມີນຜົນໃຫ້ບ້ານນາເລົາເປັນບ້ານພົ້ນທຸກ, ກໍ່ຄືການຕົກລົງລຶບລ້າງບ້ານນາເລົາອອກຈາກບັນຊີທຸກຍາກຂອງເມືອງວັງວຽງຢ່າງເປັນທາງການ
ໃນພິທີຍັງໄດ້ມອບໃບຮັບຮອງບ້ານພົ້ນທຸກ ໃຫ້ກຽດຂຶ້ນມອບໂດຍ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງຮອງເຈົ້າແຂວງໆວຽງຈັນ ຂຶ້ນຮັບໂດຍ ທ່ານ ຄຳດີ ເລຂາພັກບ້ານນາຍບ້ານໆນາເລົາ ໂດຍຊ່ອງຫນ້າບັນດາການນໍາແຂວງ, ເມືອງ ແລະ ບ້ານ, ຕອນທ້າຍພິທີທ່ານຮອງເຈົ້າແຂວງວຽງຈັນໃຫ້ກຽດໂອ້ລົມພ້ອມທັງລັນຄ້ອງ 9 ບາດ ເພື່ອເປັນສີມຸງຄຸນໃຫ້ແກ່ບ້ານ ແລະ ຮັບຮອງເອົາບ້ານນາເລົາເປັນບ້ານພົ້ນທຸກ ບ້ານສຸດທ້າຍຂອງເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ