ເມື່ອບໍ່ດົນມານີ້, ທີ່ກຸ່ມບ້ານໂພນໄຊ ເມືອງຊໍາໄຕ້ ແຂວງຫົວພັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ 4 ຄະນະພັກຮາກຖານກຸ່ມບ້ານ ໂພນໄຊ ຂື້ນທີ່ໂຮງຮຽນ ມັດທະຍົມຕອນຕົ້ນ ບ້ານໂພນໄຊ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມ ຂອງທ່ານ ເພັດໄຊ ວິໄລທອງ ຄະນະປະຈໍາພັກເມືອງ, ຫົວຫນ້າຄະນະຈັດຕັ້ງເມືອງ, ມີ ທ່ານ ບຸນລ້ຽງ ສີລັນພັນ ກໍາມະການພັກເມືອງ, ຫົວຫນ້າຫ້ອງການ ສາທາລະນະສຸກເມືອງ, ທັງເປັນຜູ້ຊີ້ນໍາ ຄະນະກຸ່ມບ້ານໂພນໄຊ, ມີ ທ່ານ ມອນສີ ໄຊວີເຮືອງ ເລຂາກຸ່ມບ້ານ, ພ້ອມນີ້ຍັງມີແຂກພາຍໃນເມືອງ, ເພື່ອບ້ານຫວຽດນາມ, ກຸ່ມບ້ານອ້ອມຂ້າງ ແລະ ສະມາຊິກພັກກຸ່ມບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ມອນສິ ໄຊວີເຮືອງ ເລຂພັກກຸ່ມບ້ານ ໄດ້ຂື້ນຜ່ານບົດລາຍງານທັງສອງພາກວ່າ: ກຸ່ມບ້ານໂພນໄຊ ມີເນື້ອທີ 4 ພັນກວ່າເຮັກຕາ, ເນື້ອທີ່ກະສິກໍາ 80 ກວ່າເຮັກຕາ, ປະກອບມີ 5 ບ້ານ ຄື: ບ້ານນາຕອກ, ບ້ານຫາງ, ບ້ານກາງ, ບ້ານທ່າເຫລົ່າ, ແລະ ບ້ານເກີນ. ກຸ່ມບ້ານມີ 152 ຫລັງຄາເຮືອນ, 187 ຄອບຄົວ. ມີພົນລະເມືອງ 1,206 ຄົນ, ຍິງ 395 ຄົນ. ເປັນຊົນເຜົ່າລາວ ແລະ ເຜົ່າໄຕແດງ. ໃນໄລຍະຜ່ານມາ ຄະນະພັກກຸ່ມບ້ານ ໄດ້ເອົາໃຈໃສ່ຊີນໍາ-ນໍາພາປະຊາຊົນຈັດຕັ້ງປະຕິບັດ ກອງປະຊຸມໃຫຍ່ ຄັ້ງທີ 3 ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງອົງຄະນະພັກເມືອງ ເຊີ່ງໄດ້ຮັບຜົນສໍາເລັດຫລາຍດ້ານ ເຊັ່ນ: ໄດ້ປັບປຸງກໍາລັງກອງຫລອນ, ປກສ ກຸ່ມ, ເຄື່ອນໄຫວຕາມສິດ ແລະ ຫນ້າທີ່ຂອງຕົນ. ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນກຸ່ມບ້ານ ໃຫ້ມີຄວາມສະຫງົບໂດຍພື້ນຖານ. ອອກກວດກາລາດຕະເວນຕາມຄວາມຮັບຜິດຊອບ ໄດ້ 16 ຄັ້ງ. ປະຊາຊົນປະກອບສ່ວນພັນທະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງເປັນປົກກະຕີ, ວຽກງານກະສິກໍາ ໄດ້ຮັບການຊຸກຍູ້ສົ່ງເສີມ ປູກພຶດເປັນສິນຄ້າ ໂດຍອິງໃສ່ທ່າແຮງບົ່ມຊ້ອນທີ່ມີໃນທ້ອງຖີ່ນ. ຄ່ອຍໆຫັນປ່ຽນ ຈາກການເຮັດໄຮ່ ຫັນມາແຮງນາແຊງ-ນາປີ, ປູກພຶດລະດູແລ້ງເປັນສິນຄ້າ ແລະ ການບໍລິການຄ້າຂາຍອື່ນໆ. ເຊີ່ງໄດ້ສະແດງອອກ ໃນປີ 2013 ປະຊາຊົນເຮັດໄຮ່ 152 ເຮັກຕາ ແລະ ມາໃນປີ 2017 ເຫລືອພຽງ 52 ເຮັກຕາ. ໃນປີ 2013 ປະຊາຊົນເຮັດນາ ພຽງແຕ່ 32,4 ເຮັກຕາ ແລະ ມາໃນປີ 2017 ເນື້ອທີ່ນາ ເພີ່ມຂື້ນມາເປັນ 37,2 ເຮັກຕາ. ນອກຈາກນີ້ ປະຊາຊົນຍັງໄດ້ເອົາໃຈໃສ່ລ້ຽງສັດ ປະເພດຕ່າງໆ ເຊີ່ງປະກອບມີ ສັດໃຫຍ່ ຄວາຍ, ງົວ, ຫມູ ແລະ ປະເພດສັດປິກຈໍານວນຫນຶ່ງ, ລວມທັງຫນອງປາ. ສວນວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງເປັນຢ່າງດີເຊັ່ນດຽວກັນ.
ຜູ້ແທນກອງປະຊຸມ ຍັງໄດ້ປະກອບຄໍາຄິດເຫັນ ໃສ່ບົດລາຍງານທັງສອງພາກ ໃຫ້ແທດເຫມາະກັບຄວາມເປັນຈິງ ພ້ອມທັງໄດ້ປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານຊຸດໃຫມ່ ມີຜູ້ສະມັກ ຈໍານວນ 7 ທ່ານ, ເລືອກເອົາ 5 ທ່ານ ຜົນຂອງການປ່ອນບັດເລຶອກເອົາ ທ່ານ ສິງຫອມ ເພັດທະວົງ ເປັນເລຂາ, ທ່ານ ມອນສີ ໄຊວິເຮືອງ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ທ່ານ ທອງຫວາ ອິນວິຫານ. ທ່ານ ສົມຫວັງ ບຸນທິຈັກ ແລະ ທ່ານ ວຽງທອງ ສຸວັນດີ ເປັນຄະນະ
Editor: ກຳປານາດ ລັດຖະເຮົ້າ