ໃນວັນທີ 8 ພຶດສະພາ 2018 ອົງການກາແດງລາວ ແລະ ສູນເລືອດແຫ່ງຊາດ ໄດ້ຈັດກິດຈະກໍາບໍລິຈາກເລຶອດ ເພື່ອເປັນການລະນຶກເຖິງວັນສ້າງຕັ້ງກາແດງສາກົນ 8 ພຶດສະພາ ຄົບຮອບ 155 ປີ. ເຊີ່ງກິດຈະກໍາບໍລິຈາກເລຶອດດັ່ງກ່າວ ໄດ້ຈັດຂື້ນທີ່ສູນເລຶອດແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການເປັນປະທານເປີດງານ ຂອງ ທ່ານ ຮອງສາດສະດາຈານ ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ມີ ທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວຫນ້າສູນເລຶອດແຫ່ງຊາດ, ເຂົ້າຮ່ວມມີນັກຮຽນ-ນັກສຶກສາ, ພະນັກງານຈາກພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມບໍລິຈາກເລືອດແບບສະຫມັກໃຈ ຢ່າງເປັນຂະບວນການຟົດຟື້ນ
ວັນກາແດງສາກົນ ເກີດຂື້ນພາຍໃຕ້ ເຈດຈໍານົງ ຂອງ ທ່ານ ອັງຣີ ດຸຍນັງ ຊາວສະວິດເຊີແລນ ຫລັງຈາກໄດ້ພົບກັບເຫດການ ອັນເສົ້າສະຫລົດໃຈ ເມື່ອວັນທີ 24 ມີຖຸນາ 1859 ໂດຍເກີດການສູ້ຮົບຢ່າງດຸເດຶອດ ລະຫວ່າງກໍາລັງທະຫານຝຣັ່ງ ກັບ ກໍາລັງ ອິຕາລີ ແລະ ກໍາລັງທະຫານ ຂອງໂອຕຣິດ ບໍລິເວນໃກ້ໆກັບຫມູ່ບ້ານຂອງໂຊນເຟຣີໂນ ເຊີ່ງຕັ້ງຢູ່ທາງພາກເຫນືອຂອງອິຕາລີ ເຫດການດັ່ງກ່າວ ໄດ້ເຮັດໃຫ້ມີທະຫານບາດເຈັບ ແລະ ລົ້ມຕາຍຈໍານວນຫລວງຫລາຍ ແຕ່ທະຫານເລົ່ານັ້ນບໍ່ໄດ້ຮັບການຊ່ວຍເຫລືອແຕ່ຢ່າງໃດ. ສະນັ້ນ ທ່ານ ອັງຣິ ດຸຍນັງ ພ້ອມດ້ວຍທີມງານ ຈິ່ງໄດ້ໃຫ້ການຊ່ວຍເຫລືອແກ່ທະຫານ ທີ່ໄດ້ຮັບບາດເຈັບ ແລະ ລົ້ມຕາຍ ໂດຍບໍ່ໄດ້ຈໍາແນກ ມິດ ແລະ ສັດຕູ. ພາຍຫລັງກັບມາເຖິງກຸງເຈນນິວາ ທ່ານ ອັງຣິ ດຸຍນັງ ໄດ້ນໍາແຮງບັນດານໃຈຈາກແຫ່ງການດັ່ງກ່າວ ມາຂຽນຖ່າຍທອດລົງເປັນປື້ມ ແລ້ວໃສ່ຊື່ວ່າ: ຄວາມຊົງຈໍາ ທີ່ໂຊນເຟລິໂນ ເຊີ່ງມີເນື້ອໃນສໍາຄັນບາງຕອນ ໄດ້ລະບຸວ່າ: ຈະເປັນໄປໄດ້ທີ່ຈະຕັ້ງອົງກອນອາສາສະຫມັກ ຂື້ນ ເຊີ່ງມີຈຸດປະສົງ ເພື່ອຊ່ວຍເຫລືອທະຫານ ທີ່ໄດ້ຮັບບາດເຈັບໃນສົງຄາມ
ຈາກຂໍ້ສະເຫນີດັ່ງກ່າວ ເຮັດໃຫ້ເກີດມີການປະຊຸມ ລະຫວ່າງປະເທດຂື້ນ ທີ່ເຈນນິວາ ໂດຍມີຜູ້ແທນຈາກ 16 ປະດທດເຂົ້າຮ່ວມ, ແລະ ຜົນການປະຊຸມ ນໍາໄປສູ່ການຈັດຕັ້ງ ສະພາກາແດງສາກົນ ຂື້ນ ທີ່ປະເທດສະວິດເຊີແລນ ໃນປີ 1863, ພ້ອມກັນນີ້ ຍັງໄດ້ສ້າງຕັ້ງ ຄະນະກໍາມະການກາແດງ ແລະ ຍັງໄດ້ກໍານົດເອົາວັນທີ 8 ພຶດສະພາ ເປັນວັນກາແດງສາກົນ ເຊີ່ງເປັນວັນຄ້າຍວັນເກີດ ຂອງ ທ່ານ ອັງຣິ ດຸຍນັງ. ສໍາລັບຈຸດປະສົງວຽກກາແດງສາກົນ ເພື່ອຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພສົງຄາມ ແລະ ຜົນກະທົບຈາກໄພພິບັດຕ່າງໆ ບົນພື້ນຖານທີ່ແຕກຕ່າງກັນ ໂດຍຍຶດຖື ຫລັກການກາຊາດ 7 ຫລັກການ ຄື: ມະນຸດສະທໍາ, ຄວາມສະເໝີພາບ, ຄວາມເປັນກາງ, ຄວາມອິດສະຫລະ, ຄວາມເປັນເອກະພາບ, ບໍລິການອາສາສະໝັກ ແລະ ຄວາມເປັນສາກົນ.
ປະຈຸບັນ ມີສະພາກາຊາດ ໃນປະເທດຕ່າງໆ ທີ່ໄດ້ຮັບຮອງຈາກຄະນະກໍາມະການກາຊາດ ລະຫວ່າງ ປະເທດ ຈໍານວນ 190 ປະເທດ, ແລະ ໃນນັ້ນ ສປປ ລາວ ກໍ່ແມ່ນສະມາຊິກ ຂອງຄະນະກໍາມະການກາແດງ ແລະ ຊິກວົງເດືອນແດງສາກົນ. ສໍາລັບກາແດງລາວ ແມ່ນໄດ້ສຸມໃສ່ ໃນ 2 ກິດຈະກໍາ ເພື່ອສະເຫລີມສະຫລອງວັນກາແດງສາກົນ 8 ພຶດສະພາ 2018 ຄື:
- ການລະດົມ ການບໍລິຈາກເລຶອດ ໃນວັນທີ 8 ພຶດສະພາ ທີ່ສູນເລຶອດແຫ່ງຊາດ ແລະ ບັນດາສູນເລຶອດ ກາແດງພາຍໃນແຂວງ
- ການຈັດຄາລະວານລົດຖີບ ເພື່ອສະເຫລີມສະຫລອງວັນກາແດງສາກົນ ເຊີ່ງຈະໄດ້ຈັດຂື້ນໃນວັນທີ 12 ພຶດສະພາ 2018 ທີ່ສວນເຈົ້າອານຸວົງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ