ຫ້ອງການຍຸຕິທໍາ ເມືອງທ່າແຕງ, ແຂວງເຊກອງ ໄດ້ຈັດພິທີມອບໃບປະກາສະນິຍະບັດ ກົດໝາຍຊັ້ນຕົ້ນ ລຸ້ນທີ 8 ເລັ່ງລັດ 3 ເດືອນ, ໂດຍມີນັກສໍາມະນາກອນທັງໝົດ 41 ສະຫາຍ, ຍິງ 12 ສະຫາຍ ຂື້ນໃນ ວັນທີ 4 ພຶດສະພາ 2018 ຜ່ານມານີ້, ທີ່ຫ້ອງປະຊຸມສາຍພູຈວມ ເປັນກຽດກ່າວມອບໃບປະກາສະນິຍະບັດ ໂດຍ ທ່ານ ບຸນສວນ ບຸດບຸນມາ ຄະນະປະຈໍາພັກເມືອງ ປະທານກວດກາພັກ-ລັດ ຜູ້ຊີ້ນໍາຂົງເຂດວຽກງານປົກປ້ອງກົດໝາຍ ເມືອງທ່າແຕງ ໂດຍມີ ທ່ານ ທອງຄໍາ ທໍາມະວົງ ຮອງຫົວໜ້າພະແນກຍຸຕິທໍາ ແຂວງເຊກອງ, ຜູ້ຕາງໜ້າຈາກກະຊວງ,ແຂວງ,ຫົວໜ້າ-ຮອງຫ້ອງການອ້ອມຂ້າງ ,ແຂກຖືກເຊີນພ້ອມດ້ວຍບັນດານັກສໍາມະນາກອນເຂົ້າຮ່ວມ.
ທ່ານ ອະນຸຊາ ຈັນທະວິໄລ ຮອງຫົວໜ້າຫ້ອງການຍຸຕິທໍາ ເມືອງທ່າແຕງ ກ່າວວ່າ: ນັກສໍາມະນາກອນໃນລະບົບກົດໝາຍຊົ້ນຕົ້ນ ເລັ່ງລັດ 3 ເດືອນ, ລຸ້ນທີ 8 ມີທັງໝົດ 41 ສະຫາຍ, ຍິງ 12 ສະຫາຍ, ໃນນີ້ ມີພະນັກງານລັດຖະກອນ ມີ 25 ສະຫາຍ, ຍິງ 9 ສະຫາຍ ແລະ ມາຈາກບ້ານພາຍໃນເມືອງມີ 16 ສະຫາຍ, ຍິງ 3 ສະຫາຍ, ມີພະນັກງານຕິດຕາມຂັ້ນເມືອງ, ຂັ້ນແຂວງມີ 2 ສະຫາຍ, ຍິງ 2 ສະຫາຍ, ມີຄູສອນ 27 ສະຫາຍ, ຍິງ 6 ສະຫາຍ, ໃນນີ້ ມາຈາກກະຊວງມີ 1 ສະຫາຍ, ພະແນກຍຸຕິທໍາແຂວງມີ 6 ສະຫາຍ, ຍິງ 3 ສະຫາຍ ແລະ ມາຈາກບັນດາຫ້ອງການອ້ອມຂ້າງເມືອງມີ 20 ສະຫາຍ, ຍິງ 3 ສະຫາຍ, ໂດຍເລີ່ມຮຽນມາ ແຕ່ເດືອນ ກຸມພາເຖິງເດືອນເມສາ 2018, ເຊິ່ງປະກອບມີຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນລວມມີ 4 ວິຊາ ຄື: ວິຊາທິດສະດີການເມືອງ-ການປົກຄອງ, ກຸ່ມວິຊາກົດໝາຍ,ກຸ່ມວິຊາວຽກງານຍຸຕິທໍາຮາກຖານ ແລະ ກຸ່ມວິຊາເຕັກນິກການແຕ່ງເອກະສານທາງລັດຖະການປະກອບມີ 37 ວິຊາ, 30 ໜ່ວຍກິດ ລວມມີ 450 ຊົ່ວໂມງ ເຊິ່ງຜົນການຮຽນຂອງນັກສໍາມະນາກອນຜ່ານມາ ໄດ້ເກຼດ A ມີ 15 ສະຫາຍ, ຍິງ 3 ສະຫາຍ, ເກຼດ B+ ມີ 22 ສະຫາຍ, ຍິງ 8 ສະຫາຍ ແລະ ເກຼດ B ມີ 4 ສະຫາຍ, ຍິງ 1 ສະຫາຍ ເຊິ່ງໄດ້ປະຕິບັດການຮຽນ-ການສອນຕາມໂຄງການຫຼັກສູດເປັນລະບົບຕໍ່ເນື່ອງ ແລະ ຄົບຖ້ວນຕາມທີ່ໄດ້ກຳນົດໄວ້,ຂະນະທີ່ຜ່ານມາ ເມືອງທ່າແຕງ ສາມາດຍົກໃຫ້ເຫັນເຖິງການຂະຫຍາຍຕົວ ແລະ ການສ້າງບຸກຄະລາກອນກົດໝາຍຊັ້ນຕົ້ນ ນັບແຕ່ລຸ້ນທີ 1 ຫາລຸ້ນທີ 8 ໄດ້ເຖິງ 349 ສະຫາຍ, ຍິງ 60 ສະຫາຍ.
ໂອກາດດຽວກັນ ທ່ານ ບຸນສວນ ບຸດບຸນມາ ຄະນະປະຈໍາພັກເມືອງ ປະທານກວດກາ ພັກ-ລັດ ຜູ້ຊີ້ນໍາຂົງເຂດວຽກງານປົກປ້ອງກົດໝາຍເມືອງ ທ່າແຕງ ໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ສໍາເລັດການສຶກສາ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ,ມີອຸດົມການທີ່ຖືກຕ້ອງ,ທັດສະນະຫຼັກໝັ້ນຮູ້ຈຳແນກມິດ ແລະ ສັດຕູຢ່າງຈະແຈ້ງ, ມີແບບແຜນດໍາລົງຊີວິດທີ່ ປອດໃສຂາວສະອາດ ແລະ ມີວິທີເຮັດວຽກທີ່ດີ ພ້ອມທັງສືບຕໍ່ຄົ້ນຄວ້າກຳແໜ້ນບັນດາຫຼັກມູນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ-ລັດ ແນໃສ່ເຮັດໃຫ້ກົມກອງແຕ່ລະຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດຮາກຖານບ້ານໃນທົ່ວ ເມືອງທ່າແຕງ ທີ່ຕົນສັງກັດຢູ່, ຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບມີຜົນສໍາເລັດເປັນກ້າວໆ
ທີມຂ່າວເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ