ທິດຜ່ານມານີ້, ສູນບໍລິການ ກອງທຶນປະກັນສັງຄົມແຂວງໄຊຍະບູລີ ໄດ້ລົງໂຄສະນາເຜີຍແຜ່ວຽກງານປະກັນສັງຄົມ ຢູ່ທີ່ສະໂມສອນຂອງເມືອງຫົງສາ. ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ, ມີ ທ່ານ ສົມຈັນ ພົມມະນີວັນ ຫົວໜ້າສູນບໍລິການກອງທຶນປະກັນສັງຄົມແຂວງໄຊຍະບູລີ ພ້ອມດ້ວຍຄະນະ, ມີຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າໜ່ວຍງານຫ້ອງການອ້ອມຂ້າງເມືອງ, ສະມາຄົມບໍານານ, ລັດວິສາຫະກິດ, ອໍານາດການປົກຄອງບ້ານ, ຫົວໜ່ວຍຜູ່ປະກອບການ, ນັກທຸລະກິດຮ້າງຮ້ານຕ່າງໆ ພາຍໃນເມືອງເຂົ້າຮ່ວມຮັບຟັງທັງໝົດ 90 ທ່ານ ຍິງ 50 ທ່ານ.
ໃນໂອກາດນີ້, ທ່ານ ສົມຈັນ ພົມມະນີວັນ ຫົວໜ້າສູນບໍລິການກອງທຶນປະກັນສັງຄົມແຂວງໄຊຍະບູລີ ໄດ້ຂຶ້ນເຜີຍແຜ່ວຽກງານປະກັນສັງຄົມ ທີ່ເວົ້າເຖິງກອງທຶນປະກັນສັງຄົມແຫ່ງຊາດ, ກອງທຶນປະກັນສັງຄົມ (ສຳລັບປະຊາຊົນທົ່ວໄປ) ແບບສະໝັກໃຈ. ພ້ອມນີ້, ທ່ານ ຖາວອນ ໃຈເລີດ ຫົວໜ້າຂະແໜງແຮງງານ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງໄຊຍະບູລີ ຍັງໄດ້ອະທິບາຍກົດລະບຽບການນໍາໃຊ້ແຮງງານຂອງກຳມະກອນລາວ ເຊັ່ນ: ຂໍ້ຕົກລົງ ສະບັບເລກທີ 4277 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີກວດກາແຮງງານ ແລະ ແຈ້ງການແນະນຳ ເລກທີ 1121/ຮສສ ວ່າດ້ວຍການປັບປຸ່ງຄ່າແຮງງານຕ່ໍາສຸດຂອງຜູ້ອອກແຮງງານ. ເວົ້າແລ້ວ ກອງທຶນປະກັນສັງຄົມ ແມ່ນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍມີການສະເລ່ຍຄວາມສ່ຽງ ລະຫວ່າງ ຜູ້ມີລາຍຮັບໜ້ອຍກັບຜູ້ມີລາຍຮັບຫຼາຍ, ລະຫວ່າງ ຄົນໄວໜຸ່ມກັບຄົນໄວອຶ່ນ, ລະຫວ່າງ ຄົນສຸຂະພາບດີກັບຄົນສຸຂະພາບອ່ອນແອ. ການເຂົ້າເປັນສະມາຊິກປະກັນສັງຄົມແມ່ນຈະໄດ້ຮັບຜົນປະໂຫຍດ ຄື: ການອຸດໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫຼື ອຸປະຕິເຫດ ອຶ່ນໆ, ອຸດໜູນອອກລູກ ຫຼື ຫຼຸລູກ ອຸດໜູນປ່ວຍການ, ອຸດໜູນບຳນານ, ອຸດໜູນເສຍຊີວິດ, ອຸດໜູນສະມາຊິກຄອບຄົວຂອງຜູ້ເສຍຊີວິດ ແລະ ອຸດໜູນວ່າງງານ.
ທັງນີ້, ເພື່ອຮັບປະກັນສິດຜົນປະໂຫຍດດ້ານສະຫວັດດີການສັງຄົມໃຫ້ແກ່ຜູ້ອອກແຮງງານແນ່ໃສ່ປັວແປງຊີວິດການເປັນຢູ່ຂອງຜູ້ອອກແຮງງານທັງພາກລັດ ແລະ ພາກວິສາຫະກິດໃນຂອບເຂດທົ່ວປະເທດໃຫ້ດີຂຶ້ນເປັນກ້າວໆ, ທັງເປັນການປະກອບສ່ວນເຂົ້າໃນການ ສ້າງສາພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີການຂະຫຍາຍຕົວອີກຕື່ມ
Editor: ກຳປານາດ ລັດຖະເຮົ້າ