ວັນທີ 07 ພຶດສະພາ 2018 ນີ້, ຢູ່ທີ່ສໍານັກງານຫ້ອງວ່າການປົກຄອງເມືອງຊະນະສົມບູນ.ຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ຂັ້ນເມືອງຂອງເມືອງຊະນະສົມບູນ, ແຂວງຈໍາປາສັກ ໄດ້ພ້ອມກັນຈັດກອງປະຊຸມສະຫຼຸບຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດໄຂ້ຍູງລາຍປີ 2017 ຜ່ານມາ ແລະ ກໍານົດທິດທາງແຜນການຕໍ່ໜ້າ. ໂດຍພາຍໃຕ້ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ. ທັງເປັນປະທານຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ຂັ້ນເມືອງ, ທ່ານ ສຸພັນ ພູນສະຫັວດ ຮອງຫົວໜ້າ ພະແນກສາທາລະນະສຸກ ແຂວງຈຳປາສັກ, ມີຄະນະກໍາມະການຂັ້ນບ້ານ,ພະນັກງານສຸກສາລາ,ອາສາສະມັກບ້ານ ແລະ ອົງການຈັດຕັ້ງມະຫາຊົນພາຍໃນບ້ານທ້ອງຖີ່ນທີ່ມີຄວາມສ່ຽງສູງເພື່ອໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ຍູງລາຍ ແລະ ການນຳໃຊ້ມາດຕະການຄວບຄຸມຕ່າງໆເພື່ອຄວບຄຸມພາຫະນະນຳເຊື້ອພະຍາດໂດຍການມີສ່ວນຮ່ວມຂອງຊຸມຊົນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານຄວບຄຸມໄຂ້ຍູງລາຍຂັ້ນເມືອງ. ເຊີ່ງເມືອງຊະນະສົມບູນ.ນັບວ່າເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດໄຂ້ຍູງລາຍ ເລີ່ມແຕ່ເດືອນ ມັງກອນ ຫາ ເດືອນທັນວາໃນສົກປີ 2017 ທີ່ຜ່ານມາ ມີຈຳນວນ ກໍລະນີທັງໝົດ 66 ກໍລະນິ ແລະ ເສຍຊີວິດ 1 ກໍລະນິ, ໃນນັ້ນມີຄຸ້ມບ້ານທີ່ຖືກກະທົບ 31 ຄຸ້ມບ້ານ ( ເທົ່າກັບ 36,04 ສ່ວນຮ້ອຍ ຂອງຄຸ້ມບ້ານທັງໝົດ )ແລະ ເລີ່ມແຕ່ເດືອນມັງກອນ ຫາ ວັນທີ 2 ພຶດສະພາ 2018 ມີ 16 ກໍລະນີ, ທີ່ຖືກກະທົບລວມມີ 7 ບ້ານ ( ເທົ່າກັບ 8,13 ສ່ວນຮ້ອຍ, ຂອງຄຸ້ມບ້ານທັງໝົດ). ນອກຈາກນັ້ນກອງປະຊຸມຍັງໄດ້ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຕ້ານແລະຄວບຄຸມພະຍາດຕິດຕໍ່ຂັ້ນເມືອງ, ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປົກປ້ອງການລະບາດຂອງພະຍາດ, ຄໍາສັ່ງຂອງລັດຖະມົນຕີກະຊວງສາທາລະນະສຸກ ວ່າດ້ວຍການເອົາໃຈໃສ່ປ້ອງກັນແລະສະກັດກັ້ນການລະບາດຂອງພະຍາດຕິດຕໍ່ ແລະ ຄຳສັ່ງແນະນຳຂອງຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກ ວ່າດ້ວຍການເອົາໃຈໃສ່ການປ້ອງກັນ, ການສະກັດກັ້ນ ການລະບາດຂອງໄຂ້ຍຸງລາຍປີ 2017, ທັງນີ້ກໍເພື່ອເປັນການກະກຽມຕຽມຄວາມພ້ອມເພື່ອສະກັດກັ້ນຕ້ານ ແລະ ຄວບຄຸມພະຍາດໄຂ້ຍູງລາຍຕາມພາລະບົດບາດສິດ ແລະ ໜ້າທີ່ໄດ້ກຳນົດໄວ້ໂດຍຊຸມຊົນໃນແຕ່ລະທ້ອງຖີ່ນເປັນເຈົ້າການມີສ່ວນຮ່ວມ.
ຂ່າວຈາກ ທີມຂ່າວ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ