ເພື່ອເປັນການສະເໜີແນວຄວາມຄິດ ຈັດຫາຮູບແບບຂອງການຜະລິດ ທີ່ມີປະສິດທິຜົນສູງ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍສະເພາະແມ່ນປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ 1 ໃນຕົ້ນເດືອນພຶດສະພາ 2018 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງປາກກະດິງ ໄດ້ຈັດກອງປະຊຸມສະເໜີແນວຄວາມຄິດ ໂຄງການຊຸກຍູ້ສົ່ງເສີມປູກໜໍ່ໄມ້ ກິມຊຸງ ໂດຍແມ່ນກຸ່ມບໍລິສັດ ພອນສັກກູບ ເປັນເຈົ້າຂອງພັດທະນາໂຄງການ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ມີພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ,ຂັ້ນແຂວງ,ຂັ້ນເມືອງ ແລະ ທີ່ປຶກສາຂອງບໍລິສັດ,ວິຊາການ ຕະຫຼອດຮອດອຳນາດການປົກຄອງບ້ານ 7 ບ້ານຂອງເມືອງວຽງທອງ ທີ່ຖຶກຜົນກະທົບຈາກໂຄງການເຂົ້າຮ່ວມ
ກອງປະຊຸມຄັ້ງນີ້ກໍ່ເພື່ອລະດົມແນວຄວາມຄິດ ທາງດ້ານຫຼັກວິທະຍາສາດ ກ່ຽວກັບປະສິດທິຜົນ ແລະ ຄວາມຍືນຍົງຂອງໂຄງການ ດ້ວຍການສຶກສາໃນຫຼາຍທາງເລືອກ ແລະ ຄວາມເປັນເອກະພາບທາງດ້ານຫຼັກຊະນະຊີ້ນຳ ປະຕິບັດໄປຕາມລວງດຽວກັນ ໃນການຊີ້ແຈງດ້ວຍເຫດຜົນຕໍ່ປະຊາຊົນ ທັງນີ້ກໍ່ເພື່ອເຮັດໃຫ້ໂຄງການໄດ້ຮັບປະສິດທິຜົນ ໃຫ້ການເປັນໂຄງການຕົວແບບ ນຳເອົາຜົນປະໂຫຍດແທ້ຈິງ ມາໃຫ້ຜູ້ຜະລິດມີຄວາມຍືນຍົງ ກາຍເປັນໂຄງການຜະລິດຕົ້ນຕໍ ໃນການສ້າງອາຊີບໝັ້ນຄົງຖາວອນ ແລະ ປະກອບສ່ວນແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນຂອງແຂວງບໍລິຄຳໄຊ, ຕາມການລາຍງານຂອງວິຊາການຂອງບໍລິສັດ ດັ່ງກ່າວໃຫ້ຮູ້ວ່າ: ສຳລັບການປູກໜໍ່ໄມ້ ແມ່ນປູກປະມານ 8 ເດືອນ ກໍ່ສາມາດເກັບຜົນຜະລິດໄດ້ ສະເລ່ຍລາຍຮັບ ບໍ່ຕໍ່າກວ່າ 30 ລ້ານກີບ ຕໍ່ເຮັກຕ່າ ແລະ ສາມາດເກັບຜົນຜະລິດໄດ້ເຖິງ 30 ປີ ປັດຈຸບັນການທົດລອງປູກໜໍ່ໄມ້ເປັນສີນຄ້າຂອງບໍລິສັດພອນສັກ ຮ່ວມກັບບັນດາແຂວງ ປະມານ 2 ພັນເຮັກຕ່າ, ພ້ອມນັ້ນບໍລິສັດຍັງມີການຕະຫຼາດໜໍ່ໄມ້ກັບຕ່າງປະເທດນຳອີກ ສະນັ້ນເພື່ອເຮັດໃຫ້ໂຄງການມີຄວາມໝັ້ນຄົງ ສາມາດຕອບສະໜອງແຫຼງວັດຖຸດິບພຽງພໍ ບໍລິສັດຍັງຈະຕ້ອງໄດ້ຂະຫຍາຍພື້ນທີ່ປູກ ແລະ ຊຸກຍູ້ສົ່ງເສີມປະຊາຊົນປູກຫຼາຍຂື້ນ ເພື່ອຮັບຮອງໃນການສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນໜໍ່ໄມ້ຄົບວົງຈອນ ຄາດວ່າຈະສ້າງຕັ້ງໂຮງງານຢູ່ແຂວງບໍລິຄຳໄຊ ຕໍ່ກັບໂຄງການປູກໜໍ່ໄມ້ເປັນສີນຄ້າຂອງບໍລິສັດດັ່ງກ່າວ ແຂວງບໍລິຄຳໄຊພ້ອມທີ່ຈະສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມປະຊາຊົນປູກ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນ ນັບມື້ນັບຫຼາຍຂື້ນ, ແຕ່ສິ່ງສໍາຄັນແມ່ນສ້າງລາຍຮັບໃຫ້ກັບປະຊາຊົນ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ໄປຄຽງຄູ່ກັນນັ້ນຈະສ້າງໃຫ້ໂຄງການປູກໜໍ່ໄມ້ ກາຍເປັນສີນຄ້າຜະລິດຕະພັນຂອງແຂວງນຳອີກ
ຂອບໃຈ ທີມຂ່າວ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ