ວັນທີ 3 ພຶດສະພາ 2018 ນີ້, ທີ່ເຂດທໍາການຜະລິດຂອງປະຊາຊົນ ບ້ານໂດນ, ກຸ່ມໂພນທອງ, ເມືອງໂພນທອງ ແຂວງຫລວງພະບາງ, ກອງວິຊາການກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝຸງໄມ້ປ່ອງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫລວງພະບາງ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໂພນທອງ ໄດ້ກຳນົດເອົາຈຸດດັ່ງກ່າວ ເປີດຂະບວນການກຳຈັດຕັກແຕນຝຸງໄມ້ປ່ອງຂື້ນ ໃນຮອບຄັ້ງທີ 4 ອີງໃສ່ສະພາບທີ່ຕັ້ງພູມສັນຖານ ແລະ ການປ່ຽນແປງຂອງດິນຟ້າອາກາດ, ໃນພິທີໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງໂພນທອງ , ມີ ທ່ານ ໄຊຍະພັນ ລາສີ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງ, ມີບັນດາທິມງານຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂພນທອງ ຕະຫຼອດຮອດນ້ອງນັກຮຽນມໍຕົ້ນ ບ້ານໂດນ, ອົງການປົກຄອງບ້ານເຂົ້າຮ່ວມຢ່າງເປັນຂະບວນ.
ໃນພິທີດັ່ງກ່າວ ທ່ານ ພູມີ ແກ້ວວັນດີ ຫົວໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂພນທອງ ໄດ້ກ່າວວ່າ: ເລີ່ມແຕ່ປີ 2014 ເປັນຕົ້ນມາທາງຄະນະທິມງານວິຊາການ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໂພນທອງ ໄດ້ລົງສຳຫລວດຕິດຕາມຈຸດວ່າງໄຂ່ ແລະ ສີດພົ່ນຢາກຳຈັດການລະບາດຂອງຝູງຕັກແຕນໄມ້ປອງ ຢ່າງລຽນຕິດ ການສ້າງຂະບວນການກຳຈັດການລະບາດຂອງຕັກແຕນ ໄດ້ເຄື່ອນຕົວເຂົ້າມາໃນຂອບເຂດ ເມືອງໂພນທອງ ພາຍໃນ 5 ກຸ່ມ ຄື: ກຸ່ມໂພນທອງ, ກຸ່ມ ທອງສີ, ກຸ່ມເມືອງຮຶບ, ກຸ່ມນໍ້າລວງ ແລະ ກຸ່ມນາຊອນ, ລວມທັງໝົດໃນ 42 ບ້ານ ທີ່ຖືກຜົນກະທົບຜົນຜະລິດຂອງປະຊາຊົນ ຢ່າງຫຼວງຫຼາຍ.
ປະຈຸບັນນີ້ ທາງຄະນະປ້ອງກັນ ແລະ ຄອບຄຸມການລະບາດຂອງຕັກແຕນຢູ່ພາຍໃນເມືອງ ໄດ້ພົ່ນຢາປາບປາມຕັກແຕນ ໄດ້ສຳເລັດໄປແລ້ວ ໃນເນື້ອທີ່ 20 ກວ່າເຮັກຕາ ແລະ ຍັງສືບຕໍ່ສີດພົ່ນຢາປາມທຳລາຍຕັກແຕນ ໃຫ້ທົ່ວເຖິງ. ພ້ອມດຽວກັນ ທ່ານ ໄຊນະພັນ ລາສີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງ ຍັງໄດ້ເນັ້ງໜັກ ຕໍ່ກັບສະພາບການດັ່ງກ່າວ ໃນທາງເຈົ້າໜ້າທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບບ້ານ, ກຸ່ມບ້ານ ຈົ່ງປ້ອງກັນຕ້ານ ແລະ ທຳລາຍ ເພື່ອບໍ່ໃຫ້ແຜ່ລາມຂະຫຍາຍພັນໄປໃນພື້ນທີ່ບ້ານ ແລະ ເມືອງອື່ນໆ ທີ່ໃກ້ຄຽງ, ສ່ວນບາງຈຸດທີຍັງຄົງເຫຼືອແມ່ນມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນດຳເນີນການປາມຕໍ່ໄປ
Editor: ກຳປານາດ ລັດຖະເຮົ້າ