ຜ່ານການເປີດເຜີຍ ຂອງທ່ານ ຫົວໜ້າກົມປະມົງ ຈາກປະເທດເພື່ອນບ້ານ ໄດ້ເປີດເຜີຍວ່າ: ໃນໄລຍະ 2 ປີຜ່ານມາ, ປາໂລມາອີຣະວະດີ ຫຼື ປາຂ່າ ໄດ້ເພີ່ມຈໍານວນຂຶ້ນ ຈາກ 80 ໂຕ. ຫຼ້າສຸດ ມີ ປາໂລມາອີຣະວະດີ ເກີດໃໝ່ໃນປີນີ້ເຖິງ 3 ໂຕແລ້ວ, ເຊິ່ງຖືວ່າເປັນການເພີ່ມຈໍານວນ ຄັ້ງທໍາອິດໃນປະຫວັດສາດ.
ຄະນະດຽວກັນ ເຈົ້າໜ້າທີ່ກອງທຶນສັດປ່າໂລກ ຫຼື WFF ໃນກຳປູເຈຍ ຍັງໄດ້ເປີດເຜີຍວ່າ: ໃນອະດີດ ປາໂລມາ ອີຣະວະດີ ເຄີຍມີພື້ນທີ່ຫາກິນ ແລະ ມີຖິ່ນອາໄສຕະຫຼອດແມ່ນໍ້າຂອງ. ແຕ່ໃນຫຼາຍສິບປີມານີ້ ພື້ນທີ່ຫຼຸດລົງເຫຼືອພຽງແຕ່ 190 ກິໂລແມັດ, ຈາກບໍລິເວນແມ່ນໍ້າຂອງຕອນກາງ ຂອງກໍາປູເຈຍຮອດຊາຍແດນທາງເໜືອຂອງລາວເທົ່ານັ້ນ. ນອກຈາກນນີ້ ຍັງມີລາຍງານສະຖິຕິ ປາໂລມາ ອີຣະວະດີ ທີ່ເຄີຍສຳຫຼວດຄັ້ງທຳອິດເມື່ອປີ 1997 ວ່າ: ມີປະມານ 200 ໂຕ, ແຕ່ຫຼຸດລົງຢ່າງຕໍ່ເນື່ອງ ເຫຼືອ ປະມານ 80 ໂຕ, ໃນປີ 2015 ເຊິ່ງສາເຫດຫຼັກມາຈາກການເຮັດປະມົງ ແລະ ຖິ່ນທີ່ຢູ່ອາໄສຫຼຸດລົງ.
ທ່ານ ຫົວໜ້າກົມປະມົງກຳປູເຈຍ ເປີດເຜີຍວ່າ: 3 ປີທີ່ຜ່ານມານີ້ ປາໂລມາ ອີຣະວະດີ ເພີ່ມຈຳນວນຂຶ້ນຈາກ 80 ໂຕ ເປັນ 92 ໂຕຫຼ້າສຸດ, ມີປາໂລມາ ອີຣະວະດີເກີດໃໝ່ໃນປີນີ້ 3 ໂຕແລ້ວ ເຊິ່ງຖືວ່າ: ເປັນການເພີ່ມຈຳນວນຄັ້ງທຳອິດໃນປະຫວັດສາດ ເຊິ່ງເປັນຄວາມສຳເລັດຈາກຄວາມຮ່ວມມືຂອງຫຼາຍໆຝ່າຍ. ທັງນີ້, ນັກອະນຸຮັກ ຍັງເປັນກັງວົນ ເນື່ອງຈາກ ປາໂລມາ ອີຣະວະດີ ຍັງຄົງຖືກຄຸກຄາມຢູ່ ເພາະຍັງມີການເຮັດປະມົງ ແບບຜິດກົດໝາຍ ທັງການໃຊ້ລະເບີດ, ອຸປະກອນເອເລັກໂຕຣນິກ ໃນການຫາປາ ແລະ ໃຊ້ເຫຍື່ອພິດ ລວມເຖິງການສ້າງເຂື່ອນໃນແມ່ນໍ້າຂອງ ຕອນລຸ່ມອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ