ວັນທີ 3 ພຶດສະພາ 2018 ນີ້ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງທ່າແຕງ ນໍາໂດຍ ທ່ານ ພັນໂທ ອ່ອນຕາ ສະສົມບັດ ກໍາມະການພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງທ່າແຕງ ພ້ອມຄະນະ ໄດ້ນໍາເອົາຜ້າຫົ່ມ 1 ຜືນ, ມຸ້ງ 1 ດາງ, ສາດ 1 ຜືນ,ໝໍ້ໜຶ້ງ 1 ໜ່ວຍ, ຫວດ 1 ໜ່ວຍ, ຖ້ວຍ, ບ່ວງ, ຈານ ແນວລະ 1 ໂຫຼ, ໝໍ້ແກງ 1 ໜ່ວຍ ລວມມູນຄ່າທັງໝົດ 4 ແສນກວ່າກີບ, ພ້ອມເງິນສົດ ຈໍານວນ 7 ແສນກວ່າກີບ, ໄປມອບໃຫ້ຄອບຄົວພໍ່-ແມ່ຂອງ ທ່ານ ສິບເອກ ສົມຊາຍ ພົງສັກເລັກ ພະນັກງານນັກຮົບ ພາຍໃນກົມກອງຂອງຕົນ ຢູ່ບ້ານ ຫ້ວຍຊາຍ ເມືອງທ່າແຕງ, ແຂວງເຊກອງ ທີ່ຖືກຜົນກະທົບຈາກໄຟໄມ້ເຮືອນ ໃນຕອນບ່າຍຂອງວັນທີ 21 ເມສາ 2018 ຜ່ານມາ ເພື່ອແກ້ໄຂບັນຫາເບື້ອງຕົ້ນ, ໂດຍແມ່ນ ທ່ານ ພັນໂທ ອ່ອນຕາ ສະສົມບັດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງທ່າແຕງ ເປັນຜູ້ກ່າວມອບ ແລະ ກ່າວຮັບແມ່ນ ທ່ານນາງ ຈັນທອນ ຄອບຄົວຜູ້ປະສົບໄພເຄາະຮ້າຍ. ໂດຍມີອົງການຈັດຕັ້ງຂັ້ນບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ່ພິຍານ.
ທ່ານນາງ ຈັນທອນ ອາຍຸ 57 ປີ, ຜູ້ເປັນເຈົ້າຂອງເຮືອນລາຍງານຂໍ້ມູນເບື້ອງຕົ້ນວ່າ: ສາຍເຫດການເກີດອັກຄີໄພຄັ້ງນີ້ແມ່ນເນື່ອງມາຈາກ ໄຟຟ້າລັດວົງຈອນເກີດມີສຽງແຕກຢູ່ເທິງເຮືອນໃນຫ້ອງນອນ ແລ້ວເກີດມີໄຟລຸກໄໝ້ຂື້ນ ບວກກັບສະພາບດິນຟ້າອາກາດມີລົມພັດແຮງ ໃນຕອນບ່າຍຂອງວັນທີ 21 ເມສາ 2018 ຜ່ານມາ ເຊິ່ງກໍ່ໃຫ້ເກີດມີກະແສໄຟລຸກລາມຢ່າງກະທັນຫັນ, ເຮັດໃຫ້ດ້ານວັດຖຸສິ່ງຂອງຕ່າງໆ ພ້ອມເຄື່ອງຮັບໃຊ້ຄົວເຮືອນປະເມີນຄວາມເສຍຫາຍທັງໝົດ 130 ລ້ານ 6 ແສນກວ່າກີບ ທີໄດ້ສູນເສຍໄປຄັ້ງນີ້.
ໂອກາດນີ້ ທ່ານ ພັນໂທ ອ່ອນຕາ ສະສົມບັດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ທ່າແຕງ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ຄອບຄົວທີ່ຖືກຜົນກະທົບຈາກໄຟໄມ້ເຮືອນຄັ້ງນີ້, ພ້ອມທັງໄດ້ຮຽກຮ້ອງໃຫ້ພາກສ່ວນຕ່າງໆ ແລະປະຊາຊົນພາຍໃນບ້ານ ຈົ່ງມີຄວາມສາມັກຄີ, ປຸກລະດົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ຄອບຄົວຂອງຜູ້ຖືກເຄາະຮ້າຍຄ່ອຍໆເຂົ້າສູ່ສະພາບປົກກະຕິ ພ້ອມທັງໄດ້ເຕືອນໄປຍັງປະຊາຊົນທຸກທົ່ວໜ້າ ຈົ່ງມີສະຕິໃນການນຳໃຊ້ຟືນໄຟ, ເພາະໄລຍະນີ້ ເປັນໄລຍະອາກາດຮ້ອນອົບເອົ້າ ອາດເຮັດໃຫ້ເກີດອັກຄີໄພໄດ້ງ່າຍ, ພ້ອມນັ້ນ ກໍ່ໃຫ້ໝັ່ນກວດກາລະບົບໄຟຟ້າ ແລະ ເຄື່ອງໃຊ້ໄຟຟ້າໃນເຮືອນຂອງຕົນໃຫ້ດີ ຖ້າຫາກມີສະພາບ ເປ່ເພເກົ່າແກ່ ກໍ່ໃຫ້ປ່ຽນຖ່າຍທັນທີເພື່ອ ບໍ່ໃຫ້ສິ່ງທີ່ບໍ່ປາຖະໜາເກີດຂຶ້ນໄດ້
ແຫລ່ງຂ່າວ ທີມຂ່າວເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ