ພິທີປະກາດຮັບຮອງເອົາ ເມືອງແກ້ວອຸດົມ ເປັນເມືອງສະຫະພັນແມ່ຍິງ 3 ດີ ຮອບທີ 2 ໄດ້ຈັດຂື້ນໃນວັນທີ 4 ພຶດສະພາ 2018 ຜ່ານມາຢູ່ທີ່ ສະໂມສອນຂອງເມືອງດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ມີ ທ່ານ ຄຳສະເຫວີຍ ພົມມະຈັນ ເລຂາພັກເມືອງ ເຈົ້າເມືອງໆແກ້ວອຸດົມ, ມີ ທ່ານນາງ ຈັນທະບຸນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີບັນເຈດາແຂກຖືກເຊີນອ້ອມຂ້າງ, ປະທານ, ຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຂັ້ນເມືອງ, ມີບັນດາຕົວແທນສະຫະພັນແມ່ຍິງທົ່ວເມືອງເຂົ້າຮ່ວມ.
ທ່ານນາງ ພອນສະຫວັນ ປະທານສະຫະພັນແມ່ຍິງ ເມືອງແກ້ວອຸດົມ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໃນໄລຍະຜ່ານມາ ວ່າ: ສະຫະພັນແມ່ຍິງເມືອງແກ້ວອຸດົມເປັນອົງການຈັດຕັ້ງມະຫາຊົນໜື່ງຊື່ງເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງເມືອງ ແລະ ສະຫະພັນແມ່ຍິງແຂວງ ໂດຍເຮັດຫນ້າທີ່ສຶກສາອົບຮົມການເມືອງແນວຄິດ ເຕົ້າໂຮມຄວາມສາມັກຄີແມ່ຍິງບັນດາເຜົ່າ, ບັນດາຊັ້ນຄົນໃນທົ່ວເມືອງ ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ; ສະຫະພັນແມ່ຍິງເມືອງແກ້ວອຸດົມ ປະກອບມີສະມາຊິກສະຫະພັນແມ່ຍິງທັງໝົດ 2.813 ຄົນ ຜ່ານການຈັດຕັ້ງປະຕິບັດສາມາດຮັບຮອງແມ່ຍິງ 3 ດີ, ໄດ້ 26 ບ້ານ, ມີ 28 ຫນ່ວຍ, ມີສະມາຊິກແມ່ຍິງ 3 ດີ ເປັນພົນລະເມືອງດີ 2.661 ຄົນ, ພັດທະນາດີ 2.651 ຄົນ, ສ້າງຄອບຄົວດີ 2.654 ຄົນ; ຕີລາຄາຈັດແບ່ງປະເພດສະມາຊິກບຸກຄົນ 3 ດີ ຄື: ປະເພດ 1 ມີ ຈໍານວນ 2.309 ຄົນ, ປະເພດ 2 ມີ ຈໍານວນ 352 ຄົນ. ບ້ານຕົວແບບ ສະຫະພັນແມ່ຍິງ 3 ດີ, ມີ 6 ບ້ານ ແລະ ຫນ່ວຍຕົວແບບສະຫະພັນແມ່ຍິງ 3 ດີ, ຕິດກັບວຽກງານວິຊາສະເພາະ ມີ ຈໍານວນ 12 ໜ່ວຍອ້ອມຂ້າງເມືອງ. ເປັນກຽດຂື້ນມອບໃບຢັ້ງຢືນເມືອງສະຫະພັນແມ່ຍິງ 3 ດີ ໃນຄັ້ງນີ້ ໂດຍແມ່ນ ທ່ານນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ພ້ອມນັ້ນຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໆແກ້ວອຸດົມ ໃຫ້ແກ່ບັນດາສະມາຊິກເອື້ອຍນ້ອງແມ່ຍິງຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານວິຊາສະເພາ ກໍຄືການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ
ໃນຕອນທ້າຍຂອງພິທີ ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ພ້ອມດ້ວຍ ທ່ານ ຄໍາສະເຫວີຍ ພົມມະຈັນ ເລຂາພັກເມືອງ ເຈົ້າເມືອງໆໂພນໂຮງ ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ ແລະ ແຂກຖືກເຊີນຍັງໄດ້ຮ່ວມກັນລັ່ງຄ້ອງ 9 ບາດ ພ້ອມທັງເປີດປ້າຍເພື່ອເປັນສິຣິມຸງຄຸນໃຫ້ແກ່ເມືອງອີກດ້ວຍ.
ແຫລ່ງຂ່າວ ຈາກ ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ